ຣັດ​ເຊຍ​ຮູ້​ຜູ້​ຕ້ອງ​ສົງ​ໄສ​ກໍ່ເຫດ​ລະ​ເບີດລົດ​ໄຟ​ໃຕ້​ດິນ​ແລ້ວ
2017-04-05 11:02:08  cri 

ຄະນະ​ສືບສວນ-ສອບ​ສວນ​ສະຫະພັນຣັດ​ເຊຍ​ຢືນຢັນ​ໃນ​ວັນ​ທີ 4 ​ເມສາ​ນີ້​ວ່າ ​ໄດ້​ຮູ້​ຖານະຜູ້​ຕ້ອງ​ສົງ​ໄສ​ກໍ່​ເຫດ​ລະ​ເບີດ​ໃນ​ລົດ​ໄຟ​ໃຕ້​ດິນ​ເມືອງ​ແຊງ​ເປ​ເຕີ​ສະ​ເບິ​ກ​ໃນ​ວັນ​ທີ 3 ​ເມສາ​ນີ້​​ແລ້ວ.

ທັງ​ນີ້, ທ່ານສະ​ເວັດ​ລາ​ນາ ປີ​ເຕຣນ​ໂກ ​ໂຄສົກ​ຄະນະ​ສືບສວນ-ສອບ​ສວນ​ສະຫະພັນຣັດ​ເຊຍ ກ່າວ​ວ່າ: ຜູ້​ຕ້ອງ​ສົງ​ໄສ​ກໍ່​ເຫດ​ລະ​ເບີດ​ດັ່ງກ່າວຊື່ ອັກ​ບາ​ຊອນ ຈາລີ​ລົຟ, ​ເກີດ​ເມື່ອ​ປີ 1995. ຂະນະ​ທີ່​ກ່ອນ​ຈະ​ເກີດ​ເຫດ​ລະ​ເບີດ​ນັ້ນ, ຜູ້ກ່ຽວ​ຍັງ​ໄດ້​ປະຖົງ​ທີ່​ບັນຈຸ​ອຸປະກອນ​ປະກອບລະ​ເບີດຢູ່​ປ້າຍ​ອູ​ປຣີຊິງ ສະ​ແກວ໋ ຂອງ​ລົດ​ໄຟ​​ໃຕ້​ດິນ​ເມືອງ​ແຊງ​ເປ​ເຕີ​ສະ​ເບິ​ກອີກ, ​ແຕ່​ບໍ່​ໄດ້​ເກີດ​ລະ​ເບີດ​ແຕ່​ປະການ​ໃດ.

ນອກ​ນີ້, ກະຊວງ​ສາທາລະນະ​ສຸກຣັດ​ເຊຍ​ໄດ້​ປະກາດ​ໃນ​ວັນ​ທີ 4 ​ເມສາ​ນີ້​ວ່າ: ຜູ້​ເສຍ​ຊີວິດ​ໃນ​ເຫດ​ລະ​ເບີດ​ດັ່ງກ່າວ ​ໄດ້​ເພີ່ມ​ຂຶ້ນ​ເປັນ 14 ຄົນ ​ແລະ​ປັດຈຸບັນ​ຍັງ​ມີ​ເກືອບ 50 ຄົນພວມ​ຮັບ​ການ​ປິ່ນປົວ​ຢູ່​ໂຮງໝໍ.

ຕອນ​ບ່າຍ​ວັນ​ທີ 3 ​ເມສາ​ນີ້ ​ຕູ້​ລົດ​ໄຟ​ໃຕ້​ດິນ​ແຊງ​ເປ​ເຕີ​ສະ​ເບິ​ກ​ໄດ້​ເກີດ​ລະ​ເບີດ​ຂະນະ​ແລ່ນຈາກປ້າຍ​ເຊ​ນນາ​ຢາ ​ໂປລສ໌ຊັດ ​ຫາ ປ້າຍ ວິທະຍາ​ໄລ​ເຕັກ​ໂນ​ໂລ​ຢີ​ເຊັສກີ, ຂະນະ​ທີ່​ໄອ​ຍະ​ການ​ສູງ​ສຸດຣັດ​ເຊຍ​ຊີ້ນີ້​ຄື​ເຫດການໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ