ລາວ​ຈັດກິດຈະກຳ "ວັດທະນະທຳ​ຈີນ​ກ້າວ​ເຂົ້າ​ສູ່​ອາ​ຊຽນ" ​ ​ຢ່າງ​ເປັນ​ທາງ​ການ
2017-04-05 16:06:07  cri 
ຕາມ​ຂ່າວ CRI: ກິດຈະກຳ "ວັດທະນະທຳ​ຈີນ​ກ້າວ​ເຂົ້າ​ສູ່​ອາ​ຊຽນ" ​ໄດ້ຈັດຂຶ້ນ​ຢູ່​​ນະຄອນຫຼວງ​ວຽງ​ຈັນ ສປປ ​ລາວ​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 4 ​ເມສາ​ນີ້.

​ໃນ​ກິດຈະກຳ​ຄັ້ງ​ນີ້, ​ໄດ້​ວາງສະ​ແດງ​ປຶ້ມ 400 ກວ່າ​ຫົວ, ​ການ​ຂຽນ​​ຕົວ​ໜັງສື​ຈີນງາມ ​ແລະ​ຮູບ​ແຕ້ມ ຮ້ອຍ​ກວ່າ​ແຜ່ນ ທີ່​ສ່ອງ​ແສງ​ໃຫ້​ເຫັນ​ເຖິງຮີດ​ຄອງ​ປະ​ເພນີ, ວັດທະນະທຳ ​ແລະ​ບຸກຄົນ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ, ຂະນະ​ດຽວ​ກັນ, ຍັງ​ໄດ້​ປາຖະກະຖາບັນຫາວັດທະນະທຳ "​ເພດ​ຍິງ​ແລະ​ຊາວ​ໜຸ່ມຈາກຮູບ​ແຕ້ມ​ສີນ້ຳມັນ​​ໃນ​ສະ​ໄໝ​ປັດຈຸບັນ​ຂອງ​ຈີນ", ການສະ​ແດງ​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ​ລະດັບ​ຊາດ, ການ​ສະ​ແດ​ງສິລະ​ປະ ​ແລະ​ອື່ນໆ.

​ກິດຈະກຳ "ວັດທະນະທຳ​ຈີນ​ກ້າວ​ເຂົ້າ​ສູ່​ອາ​ຊຽນ" ​ເປັນ​ກິດຈະກຳ​​ແລກປ່ຽນ​ວັດທະນະທຳ​ສາກົນ​ທີ່​​ເນັ້ນ​ໃສ່​ແລກປ່ຽນ​ກັບປະ​ເທດ​ອາ​ຊຽນ ​ເຊິ່ງ​ເປົ້າ​ໝາຍ​ທີ່​ໄດ້ຈາກ​ການວາງສະ​ແດງ​ວັດທະນະທຳ​ຈີນ​ດ້ວຍ​ວິທີ​​ເຕັກນິກ​ວິທະຍາສາດ ນີ້​ກໍ​ເພື່ອ​ບໍລິການ​ຫົວໜ່ວຍວິ​ສາ​ຫະກິດ​ວັດທະ​ນະ​ທຳ​ຈີນ​ແລະ​ບັນດາ​ປະ​ເທດ​​ໃນອາ​ຊຽນຄົບ​ວົງ​ຈອນ, ຊຸກຍູ້​ໃຫ້​ສອງ​ຝ່າຍ​ແລກປ່ຽນ​ແນວ​ຄິດ​ພັດທະນາ​ວັດທະນະທຳ ​ແລະ​​ເປັນ​ການ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກັນລະຫວ່າງ​ປະຊາຊົນ​ສອງ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ