ທຳນຽບຂາວ​​ຖະ​ແຫຼ​ງຂ່າວ​ການ​ພົບ​ປະລະ​ຫວ່າງ​ປະມຸກ​ລັດ​ຈີນ-ອາ​ເມ​ລິ​ກາ
2017-04-05 16:16:30  cri 
ຕາມ​ຂ່າວສານ​ຈີນ: ​ເຈົ້າ​ໜ້າ​ທີ່​ທຳນຽບຂາວ​ທ່ານ​ໜຶ່ງ​ໄດ້​ກ່າວ​ໃນ​ພິທີ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 4 ​ເມສາ​ນີ້​ວ່າ, ປະມຸກ​ລັດ​ຈີນ​ແລະ​ອາ​ເມ​ລິ​ກາ​ຈະ​ແລກປ່ຽນ​ຄວາມ​ເຫັນ​ໃນຫົວ​ຂໍ້​ບຸລິ​ມະ​ສິດ​​ໃນ​ການ​ພົບ​ປະ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ອາທິດ​ນີ້ ​ແລະ​ວາງ​ເສັ້ນທາງ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

​ເຈົ້າ​ໜ້າ​ທີ່ທ່ານ​ນີ້​ກ່າວ​ຕື່ມ​ວ່າ, ນີ້​ແມ່ນການພົບ​ປະກັນ​ເປັນ​ຄັ້ງ​ທຳ​ອິດຂອງ​ປະມຸກ​ລັດ​ສອງ​ປະ​ເທດ ​ແລະກໍ​ເປັນ​ການ​ພົບ​ປະ​ບໍ່​ເປັນ​ທາງ​ການ​ທີ່ຢູ່​ຫ່າງ​ໄກ​ນະຄອນຫຼວງ​ວໍ​ຊິງ​ຕັນ ​ແລະ​ໃນ​ການ​ພົບ​ປະເປັນ​ເວລາ​ໜຶ່ງ​ວັນ, ປະມຸກ​ລັດ​ທັງສອງ​ຈະ​ແລກປ່ຽນ​ຄວາມ​​ເຫັນ​ກ່ຽວ​ກັບ​ບັນຫາ​ ສປປ ​ເກົາຫຼີ, ບັນຫາ​ການ​ຄ້າ, ຄວາມໝັ້ນຄົງເທິງ​ທະ​ເລ ​ແລະ​ອື່ນໆ.

ທ່ານ​ກ່າວ​ຕື່ມ​ວ່າ, ການ​ພົບ​ປະ​ຄັ້ງ​ນີ້​ຈະ​ບໍ່​ສາມາດ​ແກ້​ໄຂ​ໄດ້​ທຸກ​ບັນຫາ, ​ແຕ່​ສາມາດ​ທົດ​ລອງ​ສ້າງ​ຂອບ​ການ​ສົນທະນາ​ເພື່ອ​ແກ້​ໄຂ​ບັນຫາ ​ແລະຈະ​​ເຜີຍ​ແຜ່​ຖະ​ແຫຼ​ງການ​ສະບັບ​ໜຶ່ງ​ຫຼັງ​ການ​ພົບ​ປະ​ຄັ້ງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ