ກຳປູ​ເຈຍ​ກຽມ​ຈະ​ສ້າງ "ບໍລິສັດ​ຈັດ​ຊື້​ສິນຄ້າ​ທາງ​ອິນ​​ເຕີ​ເນັດ" ​ແລ​ະຊຳລະ​ບັນຊີ​ດ້ວຍ wechat
2017-04-06 16:17:33  cri 
ທ່ານ​​ໂອກ ​ໂປຣະ ຜູ້ອຳນວຍການ​ໃຫຍ່​ກົມ​ໄປສະນີກຳປູ​ເຈຍ​ກ່າວຕໍ່​ສື່​ມວນ​ຊົນ​ໃນວັນ​ທີ 5 ​ເມສາ​ນີ້​ວ່າ, ​ກົມ​ຕົນ​ກຽມ​ຈະ​ສ້າງ​ຕັ້ງ "ບໍລິສັດ​ຈັດ​ຊື້​ສິນຄ້າ​ທາງ​ອິນ​ເຕີ​ເນັດ" ​ໃນ 6 ​ເດືອນ​ທ້າຍ​ປີ​ນີ້, ​ແລະຈະ​ເປີດ​ບໍລິການ "ຊຳລະ​​ເງິນ​ດ້ວຍ wechat".
ທ່ານ​ໂອກ ​ໂປຣະ ກ່າວ​ວ່າ, ບໍລິສັດ "Cambodia Post E-Solution" ທີ່​ຂຶ້ນ​ກັບ​ກົມ​ຕົນ​ມີ​ບໍລິການ​ຕ່າງໆ​ເຊັ່ນ: ການຈັດ​ຊື້​ສິນຄ້າ​ທາງ​ອິນ​ເຕີ​ເນັດ, ການ​ຊື້​ປີ້​, ການ​ຊຳລະ​​ເງິນ, ການ​ບໍລິການ​ທະ​ນາຄາ​ນ​ແລະ​ການ​ບໍລິຫານ​ເອ​ເລັກ​ໂຕຣນິກ​ແລະ​ອື່ນໆ, ​ໂດຍຄາດ​ວ່າ​ຈະ​ເປີດ​ບໍລິການ​ໃນ 6 ​ເດືອນ​ທ້າຍ​ປີ​ນີ້.

ປັດຈຸບັນ, ການ​ຊຳລະ​ເງິນ​ດ້ວຍ wechat ​ໄດ້​ເຊັນ​ສັນຍາ​​ກັບ​ທະນາຄານ Canadia ກຳປູ​ເຈຍ​ເຊິ່ງ​ເປັນ​ທະນາຄານ​ໃຫຍ່​ທີ່​ສຸດ​ໜຶ່ງ​ໃນ​ທະນາຄານ​ທ້ອງ​ຖິ່ນ​ຂອງ​ກຳປູ​ເຈຍ, ​ໃນ​ເບື້ອງ​ຕົ້ນ​ແລ້ວ​ເຊິ່ງຄາດ​ວ່າ​ຈະ​ເປີດ​ບໍລິການ​​ໃນ​ເດືອນ​ມິຖຸນາ, ​ແລະ​ຊ່ວຍ​ເຫຼືອ​ນັກທຸລະກິດ​​ເປີດ​ບໍລິການ​ຊຳລະ​ເງິນ​ທາງ​ອິ​ນ​ເຕີ​ເນັດ. ​ເມື່ອ​ເຖິງ​ເວລາ​ນັ້ນ​ຈະ​ສາມາດ​ຊຳລະ​​ເງິນ​ໂດຍ​ບໍ່​ຕ້ອງ​ຜ່ານ​ການ​ແລກປ່ຽນ​ເງິນຕາ, ທັງ​ສາມາດຫຼີກ​ເວັ້ນຄວາມ​ສ່ຽງ​ທີ່​ຖື​ເງິນສົດ​ຕິດ​ໂຕຢ່າງ​ຫຼວງ​ຫຼາຍ, ​ແລະ​ເຮັດ​ໃຫ້ການ​ຊຳລະ​ເງິນ​ສະດວກສະບາຍ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ