ກອງປະຊຸມສຸດຍອດເສດຖະກິດອາຊີ-ເອີລົບຄັ້ງທີ 20 ໄດ້ໄຂຂຶ້ນຢູ່ອິສຕັນບູນເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງຕວກກີໃນວັນທີ 5 ເມສານີ້, ໂດຍກອງປະຊຸມໄດ້ຮຽກຮ້ອງໃຫ້ຊຸກຍູ້ການຄ້າເສລີ, ແລະຊຸກຍູ້ໃຫ້ເສດຖະກິດພາກພື້ນເຊື່ອມໂຍງເຂົ້າກັນ.
ຜູ້ເຂົ້າຮ່ວມປະຊຸມກ່າວເນັ້ນວ່າ, ໂຄງການຂ້າມຊາດຂະໜາດໃຫຍ່ທີ່ປະຕິບັດພາຍໃຕ້ຂໍ້ລິເລີ່ມ "ໜຶ່ງແລວທາງໜຶ່ງເສັ້ນທາງ" ໄດ້ເສີມຂະຫຍາຍບົດບາດທີ່ສຳຄັນໃນການເພີ່ມທະວີການຮ່ວມມືເສດຖະກິດຂອງພາກພື້ນກໍຄືຂອງໂລກ.
ທ່ານອາຄັນ ຊຸເວີ ປະທານກອງທຶນມາມະຣະເຊິ່ງເປັນຄັງປັນຍາທີ່ມີຊື່ສຽງຂອງຕວກກີແລະເປັນເຈົ້າພາບຈັດກອງປະຊຸມສຸດຍອດເທື່ອນີ້ໄດ້ຮຽກຮ້ອງໃຫ້ບັນດາປະເທດທີ່ເຂົ້າຮ່ວມປະຊຸມເອົາໃຈໃສ່ຕໍ່ການກໍ່ສ້າງຊ່ອງທາງທາງທະເລ. ສຳລັບຕວກຕີກໍໄດ້ຖືສຳຄັນຂໍ້ລິເລີ່ມ "ໜຶ່ງແລວທາງໜຶ່ງເສັ້ນທາງ" ທີ່ຈີນສະເໜີ, ແລະກໍຫວັງວ່າສອງປະເທດເພີ່ມທະວີການຮ່ວມມື.
ຕະຫຼອດໄລຍະ 2 ວັນ, ບຸກຄົນວົງການການເມືອງ, ນັກວິຊາການແລະອົງການຈັດຕັ້ງພົນລະເຮືອນຈາກ 40 ກວ່າປະເທດໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວແລະກອງປະຊຸມຍັງຈະປຶກສາຫາລືບັນຫາຊາວອົບພະຍົບແລະອື່ນໆ.