ທ່ານໂອກ ໂປຣະ ຜູ້ອຳນວຍການໃຫຍ່ກົມໄປສະນີກຳປູເຈຍກ່າວຕໍ່ສື່ມວນຊົນໃນວັນທີ 5 ເມສານີ້ວ່າ, ກົມຕົນກຽມຈະສ້າງຕັ້ງ "ບໍລິສັດຈັດຊື້ສິນຄ້າທາງອິນເຕີເນັດ" ໃນ 6 ເດືອນທ້າຍປີນີ້, ແລະຈະເປີດບໍລິການ "ຊຳລະເງິນດ້ວຍ wechat".
ທ່ານໂອກ ໂປຣະ ກ່າວວ່າ, ບໍລິສັດ "Cambodia Post E-Solution" ທີ່ຂຶ້ນກັບກົມຕົນມີບໍລິການຕ່າງໆເຊັ່ນ: ການຈັດຊື້ສິນຄ້າທາງອິນເຕີເນັດ, ການຊື້ປີ້, ການຊຳລະເງິນ, ການບໍລິການທະນາຄານແລະການບໍລິຫານເອເລັກໂຕຣນິກແລະອື່ນໆ, ໂດຍຄາດວ່າຈະເປີດບໍລິການໃນ 6 ເດືອນທ້າຍປີນີ້.
ປັດຈຸບັນ, ການຊຳລະເງິນດ້ວຍ wechat ໄດ້ເຊັນສັນຍາກັບທະນາຄານ Canadia ກຳປູເຈຍເຊິ່ງເປັນທະນາຄານໃຫຍ່ທີ່ສຸດໜຶ່ງໃນທະນາຄານທ້ອງຖິ່ນຂອງກຳປູເຈຍ, ໃນເບື້ອງຕົ້ນແລ້ວເຊິ່ງຄາດວ່າຈະເປີດບໍລິການໃນເດືອນມິຖຸນາ, ແລະຊ່ວຍເຫຼືອນັກທຸລະກິດເປີດບໍລິການຊຳລະເງິນທາງອິນເຕີເນັດ. ເມື່ອເຖິງເວລານັ້ນຈະສາມາດຊຳລະເງິນໂດຍບໍ່ຕ້ອງຜ່ານການແລກປ່ຽນເງິນຕາ, ທັງສາມາດຫຼີກເວັ້ນຄວາມສ່ຽງທີ່ຖືເງິນສົດຕິດໂຕຢ່າງຫຼວງຫຼາຍ, ແລະເຮັດໃຫ້ການຊຳລະເງິນສະດວກສະບາຍກວ່າເກົ່າ.