ໄຂ​ກອງ​ປະຊຸມ​ເລຂາກອງ​ປະຊຸມ​ຄວາມ​ໝັ້ນຄົງ​ປະ​ເທດສະມາຊິກອົງການ​ຮ່ວມ​ມື​ຂຽງ​ໄຮ
2017-04-07 11:08:02  cri 

ກອງ​ປະຊຸມ​ເລຂາ​ກອງ​ປະຊຸມ​ຄວາມ​ໝັ້ນຄົງ​​ປະ​ເທດສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮຄັ້ງທີ 12 ​ໄດ້ຈັດ​ຂຶ້ນຢູ່​ນະຄອນຫຼວງອາສຕານາ ປະ​ເທດ​ກາ​ຊັກ​ສະຖານ​ໃນ​ວັນ​ທີ 6 ​ເມສາ​ນີ້.

​ທ່ານ​ໂກ່​ເຊິ່ງຄຸ່ນ ທີ່​ປຶກສາ​ແຫ່ງ​ລັດ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ ​ໄດ້​ເຂົ້າຮ່ວມ ​ແລະກ່າວ​ປາ​ໄສວ່າ: ອົງການ​ຮ່ວມ​ມື​ຊຽງ​ໄຮ​ແມ່ນ​ເວທີ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ປະ​ເທດ​ສະມາຊິກ ​ເຊິ່ງຈີນ​ເວລາ​ໃດ​ກໍ​ຍິນ​ດີ​ຮ່ວມ​ກັບ​ບັນດາ​ປະ​ເທດ​ເພີ່ມ​ທະວີ​ການ​ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ​ດ້ານ​ການ​ເມືອງ, ສົ່ງ​ເສີມຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ຍຸດ​ທະ​ສາດ; ປັບປຸງ​ພື້ນຖານ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ​ໃຫ້​ສົມບູນ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ ທັງຕັ້ງໜ້າ​ຊຸກຍູ້​ການ​ລົງ​ນາມ​ໃນ "ສົນທິສັນຍາ​ຕ້ານ​ລັດທິ​ຫົວ​ຮຸນ​ແຮງ​ອົງການ​ຮ່ວມ​ມື​ຊຽງ​ໄຮ". ຂະນະ​ດຽວ​ກັນ​ກໍ​ສຸມ​ໃສ່​ຍົກ​ປະສິດທິພາບ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ​ໃຫ້​ສູງ​ຂຶ້ນ, ຮ່ວມ​ກັນ​ປາບ​ປາມ​ "ອິດ​ທິກຳລັງ 3 ​ແງ່" ຢ່າງ​ເດັດດ່ຽວ ​ແລະ ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ​ທາງອິນ​ເຕີ​ເນັດ​ແລະ​ການ​ປາບ​ປາມ​ຢາ​ເສບ​ຕິດ ພ້ອມ​ທັງ​ສືບ​ຕໍ່​ເພີ່ມ​ທະວີ​ການ​ສ້າງຕັ້ງອົງການ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ຂອງ​ພາກ​ພື້ນ, ຊຸກຍູ້​ການ​ປະສານ​ງານ​ແລະ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ສະມາຊິກ, ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ, ສະຖຽນ​ລະ​ພາບ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ນີ້​ຢ່າງ​ແທ້​ຈິງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ