ອາ​ເມ​ລິ​ກາ​ໂຈມ​ຕີ​ບ້ານ​ຊີຣີທາງ​ອາກາດ, ​ເຮັດ​ໃຫ້ 15 ຄົນ​​ເສຍ​ຊີວິດ
2017-04-09 16:56:48  cri 

ອີງ​ຕາມ​ສື່​ມວນ​ຊົນ​ຊີຣີລາຍ​ງານ​ໃນ​ວັນ​ທີ 8 ​ເມສາ​ນີ້​ວ່າ, ​ມື້ດຽວ​ກັນ, ສະຫະພັນ​ສາກົນ​ທີ່ນຳ​ໂດຍ​ອາ​ເມ​ລິ​ກາ​ເພື່ອ​ໂຈມ​ຕີກຸ່ມ​ຫົວ​ຮຸນ​ແຮງ IS ນັ້ນ​ໄດ້​ໂຈມຕີ​ບ້ານ​​ແຫ່ງ​ໜຶ່ງ​ຂອງ​ແຂວງຣາຄາ​ທີ່ຢູ່​ພາກ​ເໜືອ​ຂອງ​ຊີຣີທາງ​ອາກາດ, ​ເຮັດ​ໃຫ້ປະຊາຊົນຢ່າງ​ໜ້ອຍ 15 ຄົນ​ ​ເສຍ​​ຊີວິດ.

ຂ່າວສານ​ຊີຣີ​ໄດ້ອ້າງຄວາມ​ເວົ້າ​ຂອງບຸກຄົນຜູ້​ສັນທັດ​ກໍລະ​ນີ​ແຫ່ງ​ນັ້ນ​ມາລາຍ​ງານ​ວ່າ, ຜູ້​ເສຍ​ຊີວິດ​ລວມທັງ​ເດັກນ້ອຍ 3 ຄົນ, ຂະນະ​ດຽວ​ກັນ, ການ​ໂຈມ​ຕີຍັງ​ໄດ້​ເຮັດ​ໃຫ້​ຫຼາຍຄົນບາດ​ເຈັບ​ໜັກ​ແລະຈຳນວນ​ຄົນ​ເສ​ຍຊີວິດ​ອາດ​ຈະ​​ເພີ່ມ​ຂຶ້ນ​.

ຂ່າວລາຍ​ງານ​ວ່າ, ​ເດືອນ​ມີນາ​ປີ​ນີ້, ສະຫະພັນ​ສາ​ກົນ​ຍັງ​​ໄດ້ໂຈມ​ຕີ​ໂຮງ​ຮຽນ​ແຫ່ງ​ໜຶ່ງ​ທີ່​ຈັດ​ວາງ​ຜູ່​ທີ່​ບໍ່​ມີບ່ອນ​ເພີ່ງ​ພາ​ອາ​ໄສ​ຂອງ​ແຂວງຣາຄາ​ແລະ​ສຸ​ເຫຼົ່າ​ອິດສະ​ລາມ​ແຫ່ງ​ໜຶ່ງຂອງ​​ແຂວງ​ອາ​ເລັບ​ໂປ, ເຮັດ​ໃຫ້ 33 ຄົນ ​ແລະ 44 ຄົນ​ເສຍ​ຊີວິດ.

​ເດືອນ​ກັນຍາ​ປີ 2014 , ຫຼາຍ​ປະ​ເທດ​ຄື​ອາ​ເມ​ລິ​ກາ​ເປັນ​ຕົ້ນ​ໄດ້​ສ້າງ​ຕັ້ງ​ສະຫະພັນ​ສາກົນ, ​ເພື່ອ​ໂຈມ​ຕີ​ທາງ​ອາ​ກາດ​ຕໍ່​ເປົ້າໝາຍ IS ຢູ່ຊີຣີ​ແລະ​ອີຣັກ. ລັດຖະບານ​ຊີຣີ​ເຫັນວ່າ, ການ​ກະທຳ​ນີ້​ບໍ່​​ໄດ້​ຮັບ​ການ​ມອບສິດ​ຈາກ​ສະພາ​ຄວາມ​ໝັ້ນຄົງ​ອົງການສະຫະ​ປະຊາ​ຊາດ, ​ແລະ​ຕິຕຽນ​ວ່າ, ການໂຈມ​ຕີ​ທາງ​ອາກາດ​ທີ່ນຳ​ໂດຍ​ອາ​ເມ​ລິ​ກາ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຊີຣີເສຍຊີວິດ​ແລະ​ບາດ​ເຈັບຢ່າງ​ຫຼວງ​ຫຼາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ