ຈີນ​ສຳ​ເລັດ​ການ​ທົດ​ລອງຫຸ່ນ​ຍົນ​ໃຕ້​ນ້ຳທະ​ເລ​ລະດັບ 3000 ​ແມັດ
2017-04-10 10:49:48  cri 
ຕາມ​ຂ່າວສານ​ຊິນ​ຮວາ: ໜ້າ​ທີ່​ທົດ​ລອງຫຸ່ນ​ຍົນ​ໃຕ້​ນ້ຳ​ທະ​ເລ​ລະດັບ 3000 ​ແມັດ ​ເຊິ່ງ​ແມ່ນຫ້ອງການກູ້​ໄພ​ທາງນ້ຳ​ເມືອງ​ແຢ່ນຖາ​ຍຂອງ​ກະຊວງ​ຄົມມະນາຄົມ​ຈີນ​ຮັບຜິດຊອບນັ້ນ ​ໄດ້​ສຳ​ເລັດ​ລົງ​ຢ່າງ​ຈົບ​ງາມ ​ແລະນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ມີ​ຄວາມ​ສາມາດ​​ກູ້​​ໄພ​ຢູ່ໃຕ້​ນ້ຳ​ເລິກ 3000 ​ແມັດ​ໄດ້​ຢ່າງ​ມີ​ປະສິດທິ​ພາບ.

ການ​ກະກຽມ​ທົດ​ລອງ​ຕາມ​ທະ​ເລ​ໄດ້​ເລີ່​ມຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ມີນາ​ປີ​ນີ້ ​ແລະຜ່ານ​ຈາກ​ຄວາມ​ພະຍາຍາມມາ​ເປັນ​ເວລາ​ໜຶ່ງ​ເດືອນ, ນັກວິຊາການ​ໄດ້​ສຳ​ເລັດ​ວຽກ​ງານ​ຕ່າງໆ ​ເຊັ່ນ: ການ​ທົດ​ລອງ​ຢູ່​​ເທິງ​ບົກ, ການ​ກະ​ກຽມ​ອຸປະກອນ, ການປະກອບ​ຢູ່​ເທິງ​ເຮືອ ​ແລະ​ການ​ທົດ​ລອງ​ລະ​ບົບ​ໂປຣ​ແກຣມ.

​ເວລາ 18 ​ໂມງ 30 ນາທີຂອງ​ວັນ​ທີ 8 ​ເມສາ, ຫຸ່ນ​ຄົນ​ໃຕ້​ນ້ຳ​ໄດ້​ສຳ​ເລັດ​ທຸກ​ວຽກ​ງານ​ຂອງ​ການ​ທົດ​ລອງ​ໃຕ້​ນ້ຳ​ແລ້ວຂຶ້ນ​ມາສູ່ໜ້າ​ນ້ຳ ​ແລະ​ອອກ​ຈາກ​ທະ​ເລ​ໃນ​ເວລາ 20 ​ໂມງ. ​ເຈົ້າ​ໜ້າ​ທີ່​ຫ້ອງການ​ປກູ້​ໄພ​ທາງ​ນ້ຳ​ແຢ່ນຖາ​ຍ​ເປີດ​ເຜີຍ​ວ່າ, ຫຸ່ນ​ຍົນໃຕ້​ນ້ຳ​ຈະ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ ​ເຊິ່ງຈະ​ເຮັດ​ໃຫ້​ຫ້ອງການຂອງ​ຕົນ​ມີ​ຄວາມກ້າວໜ້າ​ໃໝ່​ໃນ​ການ​ຮັບ​ໃຊ້​ຍຸດ​ທະ​ສາດກາ​ນສ້າງ​ປະ​ເທດ​ຊາດ​ໃຫ້​​ເປັນ​ປະ​ເທດ​ເຂັ້ມ​ແຂງ​ດ້ານ​ທະ​ເລ ​ແລະ​ຍົກ​ລະດັບ​ຄວາມ​ສາມາດ​ພັດທະນາ​ໂຄງການ​ໃຕ້​ນ້ຳ​ຕາມ​ທະ​ເລ​ເລິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ