ສ.​ເກົາຫຼີ​ກອບ​ກູ້​ກຳ​ປັ່ນ "​ເຊ​​ໂວ​ນ" ​ໄດ້​ສຳ​ເລັດ​ຜົນ
2017-04-10 10:59:18  cri 
ຕາມ​ຂ່າ​ວສານ​ຊິນ​ຮວາ: ກຳ​ປັ່ນ "​ເຊ​ໂວ​ນ" ຂອງ​ສ.​ເກົາຫຼີ​ທີ່​ຫຼົ້ມ​ໄດ້ຖືກ​ສົ່ງ​ມາຮອດ​ທ່າ​ກຳ​ປັ່ນ​ມັອກ​ໂປ​ແຂວງ​ເຈ​ວລາ​ນຳ​ໂດ​ປະ​ເທດ​ດັ່ງກ່າວ​ແລ້ວ ​ແລະ​ນັບ​ວ່າ​ເປັນ​ຜົນສຳ​ເລັດການ​ກອບ​ກູ້​ກຳ​ປັ່ນ​ລຳ​ດັ່ງກ່າວ​ຈາກ​ການປະຕິບັດຂອງພະ​ແນ​ກກູ້​ໄພ​ທາງ​ນ້ຳ​ຊຽງ​ໄຮ້​.

ທ່ານ​ຈຽງ​ແຢນ ຜູ້ອຳນວຍການ​ໂຄງການ​ກອບ​ກູ້​ກຳ​ປັ່ນ "​ເຊ​ໂວ​ນ" ​ເປີດ​ເຜີຍ​ວ່າ, ​ໂດຍ​ອີງ​ຕາມ​ຄວາມ​ຮຽກຮ້ອງ​ຂອງ​ກະຊວງ​ທະ​ເລ​ແລະ​ຜະລິດ​ຕະພັນ​ນ້ຳ ສ.​ເກົາຫຼີ, ພາຍຫຼັງ​ກອບ​ກູ້​ກຳ​ປັ່ນ "​​ເຊ​ໂວ​ນ" ​ໄດ້ແລ້ວ, ນັກວິຊາ​ການ​ພະ​ແນ​ກກູ້​ໄພ​ທາງ​ນ້ຳ​ຊຽງ​ໄຮ້​ຍັງ​ຕ້ອງ​ປະສານ​ສົມທົບ​ກັບ​ເຈົ້າ​ໜ້າ​ທີ່​ ສ.​ເກົາຫຼີ ດຳ​ເນີນ​ການກວດກາພື້ນ​ທະ​ເລ​ຈຸດທີ່​ກຳ​ປັ່ນ​ຫຼົ້ມ ​ເພື່ອ​ຢືນຢັນ​ວ່າຍັງ​ມີ​ສົບ​ຂອງ​ຜູ້​​ຖືກ​ເຄາະ​ຮ້າຍ​ຫຼື​ບໍ່ ​ແລະຄາດ​ວ່າ​​ຈະ​ຕ້ອງ​ໃຊ້​ເວລາ​ປະມານ​ໜຶ່ງ​ເດືອນ.

ພະ​ແນ​ກກູ້​ໄພ​ທາງ​ນ້ຳ​ຊຽງ​ໄຮ້​ແລະ​ບໍລິສັດ​ໂຄງການ​ໃຕ້​ນ້ຳ ສ.​ເກົາຫຼີ​ໄດ້ຣ່ວມກັນປະມູນ​ສາກົນ​ກ່ຽວ​ກັບ​ການ​ກອບ​ກູ້​ກຳ​ປັ່ນ "​ເຊ​ໂວ​ນ" ​ແລະ​ໄດ້​ລົງ​ນາມ​ໃນ​ສັນຍາ​ກອບ​ກູ້​ກັບ​ກະຊວງ​ທະ​ເລ​ແລະ​ຜະລິດ​ຕະພັນ​ນ້ຳ ສ.​ເກົາຫຼີ ​​ເມື່ອເດືອນ​ສິງຫາ 2015.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ