ປະ​ທານ​ສະ​ມາ​ຄົມຊາວ​ພຸດ​ຈີນ​ຢ້ຽມ​ຢາມ​ມຽນ​ມາ
2017-04-10 16:17:07  cri 
    ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ກະ​ຊວງວ​ຽກ​ງານ​ສາ​ສະ​ໜາ​ແລະ​ວັດ​ທະ​ນະ​ທຳ ແລະ​ ກ​ະ​ຊວງ​ການ​ຕ່າງ​ປະ​ເທດ​ມຽນ​ມາ, ພະ​ເຖ​ລະ ເຊ​ເຊິງ ປະ​ທານ ​ສະ​ມາ​ຄົມຊາວ​ພຸດ​ຈີນ ໄດ້​ເດີນ​ທາງ​ເຖິງ​ນະ​ຄອນ​ຢາງ​ກຸງ​ໃນ​ວັນ​ທີ 8 ເມ​ສານີ້ ເພື່ອ​ຢ້ຽມ​ຢາມ​ປະ​ເທດ​ດັ່ງ​ກ່າວ​ຢ່າງ​ເປັນ​ທາງ​ການ​ເປັນ​ເວ​ລາ 4 ວັນ.

    ຕອນ​ເຊົ້າ​ວັນ​ທີ 9 ເມ​ສານີ້, ຄະ​ນະ​ຜູ້​ແທນ ໄດ້​ຢ້ຽມ​ຢາມ​ທາດ​ຄຳ​ໃຫຍ່​​ໃນ​ຢາງ​ກຸງ, ​ຢ້ຽມ​ຢາມ​ພະ​ເຖ​ລະ​ວັດພະ​ນອນຈາວ​ທັກ​ກີທີ່​ປັດ​ຈຸ​ບັນ​ອາ​ຍຸ 95 ປີ ທັງ​ໄດ້​ສົ່ງ​ຮູບ​ຈຳ​ລອງ​ແກ້ວ​ທາດ​ຄຳ​ໃຫຍ່​ທີ່​ສະ​ຖິດ​ຢູ່​ຂ້າງທາດ​ບັນ​ຈຸ​ສາ​ລີ​ລິ​ກະ​ທາດ​ວັດ​ລິງກວ່າງ​ນະ​ຄອນຫຼວງ​ປັກ​ກິ່ງຫຼັງ​ຢືມ​ມາ​ເປັນ​ເວ​ລາ 4 ເດືອນນັ້ນ ຄືນ​ໃຫ້​ພະ​ເຖ​ລະ.

    ໃນ​ໂອ​ກາດ​ຢ້ຽມ​ຢາມ, ຄະ​ນະ​ຜູ້​ແທນ​ໄດ້​ແລກ​ປ່ຽນ​ກັບ​ບຸກ​ຄົນ​ໃນ​ວົງ​ການ​ການ​ເມືອງແລະ​ສາ​ສະ​ໜາ​ຂອງ​ມຽນ​ມາ​ຢ່າງ​ກວ້າງ​ຂວາງ, ເລິກ​ເຊິ່ງ​ບົນ​ພື້ນ​ຖານ​ນ້ຳ​ໃຈໄມ​ຕີ​ຈິດ​ມິດ​ຕະ​ພາບ. ນອກ​ນີ້ ​ຍັງ​ຈະ​ເດີນ​ທາງ​ໄປ​ສຳຫຼວດ​ທາດ​ຕ່າງໆ​ທີ່​ຖືກ​ທຳ​ລາຍ​ໃນ​​ໄລ​ຍະ​ເກີດ​ແຜ່ນ​ດິນ​ໄຫວ​ຢູ່​ປາ​ກັນ ພ້ອມ​ທັງ​ບໍ​ລິ​ຈາ​ດ​ຊັບ​ເພື່ອ​ປະ​ຕິ​ສັງ​ຂອນ​ທາດ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ