ເກີດ​ເຫດ​ຍິງ​ຄົນ​ຢູ່​ໂຮງຮຽນ​ປະຖົມ​ໃນ​ລັດ​ກາລີ​​ຟໍ​ເນ​ຍ ​ເຮັດ​ໃຫ້ຄູ​ແລະ​ນັກຮຽນ 3 ຄົນ​ເສຍ​ຊີວິດ
2017-04-11 16:55:47  cri 

ຕອນ​ເຊົ້າ​ວັນ​ທີ 10 ​ເມສາ​ນີ້, ຢູ່​ໂຮງຮຽນປະຖົມ​ຊານ​ເບີ​ນາ​ດີ​ໂນ​ທາງ​ພາກ​ໃຕ້​ລັດ​ກາລີ​ຟໍ​ເນຍສະຫະລັດອາ​ເມ​ລິ​ກາ​ໄດ້​ເກີດ​ເຫດ​ຍິງ​ຄົນ ສົ່ງ​ຜົນ​ເຮັດ​ໃຫ້​ຄູ​ແລະ​ນັກຮຽນ​ຢ່າງ​ໜ້ອຍ 3 ຄົນ​ເສຍ​ຊີວິດ ​ໃນ​ນີ້​ເປັນ​ເດັກ​ນັກຮຽນ​​ອາຍຸ 8 ປີໜຶ່ງ​ຄົນ.


​ທ່ານ ມາຍ​ ມັດ​ເດັນ ​ໂຄສົກ​​ເຈົ້າ​ໜ້າ​ທີ່ຕຳຫຼວດ​ຊານ​ເບີ​ນາ​ດີ​ໂນ ​ໄດ້​ຢືນຢັນ​​ໃນ​ການ​ຖະ​ແຫຼ​ງຂ່າວວ່າ: ມື​ປືນ​ແພດ​ຊາຍ​ຜູ້​ໜຶ່ງ​ໄດ້​ເຂົ້າ​ໄປ​ຫ້ອງ​ຮຽນ​​ໃນ​ໂຮງຮຽນ​ດັ່ງກ່າວ​ແລະ​ຍິງຄູຍິງ​ຜູ້​ໜຶ່ງ​ເສຍ​ຊີວິດ​ແລະ​ຈາກ​ນັ້ນ​ກໍ​ຍິງໂຕ​ຕາຍ. ປັດຈຸບັນ, ​ເຈົ້າ​ໜ້າ​ທີ່​​ຕຳຫຼວດທ້ອງ​ຖິ່ນສັນນິຖານ​ວ່າ​ເຫດ​ດັ່ງກ່າວ​ອາດ​ເປັນ​ບັນຫາ​ຂອງ​ຄອບຄົວ​ລະຫວ່າງ​ມື​ປືນ​ແລະ​ຄູ​ສອນ.


ປັດຈຸບັນ, ​​ໄດ້​ປິດໂຮງຮຽນດັ່ງກ່າວ​​ແລ້ວ. ຂະນະ​ທີ່ນັກຮຽນ​ຂອງ​​ໂຮງຮຽນ​ດັ່ງກ່າວ​ໄດ້​ອົບ​ພະຍົບ​ໄປ​ໂຮງຮຽນ​ມັດທະຍົມ​ປາຍ​ຢູ່​ອ້ອມ​ຂ້າງ​ແລະ​ມະຫາວິທະຍາ​ໄລ​ແຫ່ງ​ລັດ​ກາລີ​ຟໍ​ເນ​ຍສາຂາ​ຊານ​ເບີ​ນາ​ດີ​​ໂນ​ແລະ​​ແຫ່ງ​ອື່ນໆ ກໍ​ໄດ້ມີ​ຜູ້​ປົກຄອງ​ຈຳນວນ​ຫຼາຍ​ໄດ້​ພາ​ລູກ​ເມືອ​ເຮືອນ. ຫຼັງເກີດ​ເຫດ, ​ໂຮງຮຽນ​ຢູ່​ອ້ອມ​ຂ້າງ​ສອງ​ແຫ່ງ​ກໍ​ໄດ້​ປິດການ​ຮຽນ​ການ​ສອນ​ຊົ່ວຄາວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ