ບໍລິສັດທໍ່ສົ່ງອາຊີຕາເວັນອອກສຽງໃຕ້ຈຳກັດຂອງກຸ່ມບໍລິສັດນ້ຳມັນເຊື້ອໄຟຈີນລາຍງານວ່າ: ຕອນຄ່ຳວັນທີ 10 ເມສານີ້, ໂຄງການທໍ່ສົ່ງນ້ຳມັນດິບຈີນ-ມຽນມາໄດ້ເລີ່ມນຳໃຊ້ຢ່າງເປັນທາງການ ໂດຍໂຄງການດັ່ງກ່າວກາຍເປັນຂີດໝາຍແຫ່ງການຮ່ວມມືດ້ານພະລັງງານລະຫວ່າງສອງປະເທດໄດ້ເຂົ້າສູ່ໄລຍະໃໝ່ແລະເປັນຂີດໝາຍທີ່ສຳຄັນຂອງ "ແລວເສດຖະກິດບັງກລາເດັດ-ຈີນ-ອິນເດຍ-ມຽນມາ" ແລະ ການກໍ່ສ້າງພື້ນຖານໂຄງລ່າງເພື່ອເຊື່ອມຈອດຈີນແລະປະເທດອາຊຽນ.
ໂຄງການດັ່ງກ່າວເປັນການຮ່ວມທຶນລະຫວ່າງກຸ່ມບໍລິສັດນ້ຳມັນເຊື້ອໄຟ ແລະອາຍແກັສທຳມະຊາດຈີນ ແລະ ບໍລິສັດນ້ຳມັນເຊື້ອໄຟແລະອາຍແກັສທຳມະຊາດມຽນມາ ເຊິ່ງຈຸດເລີ່ມຕົ້ນຕັ້ງຢູ່ເກາະມາໄດແຄມຝັ່ງທະເລຕາເວັນຕົກຂອງມຽນມາ ໂດຍມີຄວາມຍາວເຖິງ 771 ກິໂລແມັດ, ສະຖານີ 5 ແຫ່ງ ແລະ ຄາດວ່າປະລິມານການສົ່ງນ້ຳມັນເຊື້ອໄຟແລະອາຍແກັສທຳມະຊາດຈະບັນລຸເຖິງ 22 ລ້ານໂຕນຕໍ່ປີ. ພ້ອມນີ້ກໍຈະສ້າງທ່າກຳປັ່ນນ້ຳມັນດິບທີ່ຮອງຮັບໄດ້ 3 ແສນໂຕນໜຶ່ງແຫ່ງ. ຫຼັງຈາກສຳເລັດການກໍ່ສ້າງທໍ່ສົ່ງດັ່ງກ່າວແລ້ວ, ແຕ່ລະປີຈະສາມາດຂົນສົ່ງນ້ຳມັນດິບ 2 ລ້ານໂຕນໃຫ້ແກ່ມຽນມາ.