ຫວຽດນາມ​ເປີດຫໍ​ວາງສະ​ແດງ​ຫຸ່ນ​ຂີ້​ເຜິ້ງຄົນ​ຊື່​ດັງ​ແຫ່ງ​ທຳ​ອິດ
2017-04-12 10:30:41  cri 
ຫໍ​ວາງສະ​ແດງ​ຫຸ່ນ​ຂີ້​ເຜິ້ງຄົນ​ຊື່​ດັງ​ແຫ່ງ​ທຳ​ອິດ​ຂອງ​ຫວຽດນາມ​ຢູ່​ເມືອງ​ໂຮ່ຈີມິງ ພາກ​ໃຕ້​ປະ​ເທດ​ດັ່ງກ່າວ​ໄດ້​ເປີດ​ໃຫ້​ເຂົ້າ​ຊົມ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 11 ​ເມສາ​ນີ້​ໂດຍ​ຫໍ​ດັ່ງກ່າວທີ່ມີ​ເນື້ອ​ທີ່ 1500 ກວ່າ​ຕາ​ແມັດ ໄດ້ນຳ​ເອົາ​ຫຸ່ນຂີ້​ເຜິ້ງຄົນ​ຊື່​ດັງ​ຂອງ​ຫວຽດນາມທັງ​ໃນ​ໄລຍະ​ຜ່ານ​ມາ​ແລະປັດຈຸບັນ​ 100 ກວ່າ​ທ່ານມາ​ວາງສະ​ແດງ​ ​ແລະ​ຄົນ​ເຫຼົ່າ​ນີ້​ລ້ວນ​ແຕ່​​ໄດ້ ​ປະກອບສ່ວນ​ຢ່າງ​ໂດດ​ເດັ່ນ​ໃນ​ຂົງ​ເຂດ​ສິລະ​ປະ​ເຊັ່ນ​ດົນຕີ,ຮູບ​ເງົາ​ແລະ​ອື່ນໆ​ຂອງ​ຫວຽດນາມ.

ນອກຈາກຫຸ່ນຂີ້​ເຜິ້ງ​ແລ້ວ, ຫໍ​ດັ່ງກ່າວ​ຍັງມີ​ໜຶ່ງ​ຫ້ອງ​ເພື່ອ​ວາງສະ​ແດງ​ຮູບ​ພາບ​ຊີວິດ​ປະຈຳ​ວັນ​ແລະ​ການສະ​ແດງ​ຂອງ​ບຸກຄົນ​ຊື່​ດັງ​ທີ່​ຖ່າຍ​ໂດຍ​ນັກ​ຂ່າວ​ຫວຽດນາມ.

ແຕ່​ລະ​ມື້ຫໍ​ວາ​ງສະ​ແດງ​ຫຸ່ນຂີ້​ເຜິ້ງ​​ໄດ້ເປີດ​ໃຫ້​ເຂົ້າ​ຊົມ​ແຕ່​ເວລາ 9 ​ໂມງ​ຫາ20 ​ໂມງ 30 ນາທີ​​ໂດຍ​ລາຄາປີ້​ເຂົ້າ​ຊົມ 1 ​ແສນ​ດົງ. ຂ່າວ​ແຈ້ງວ່າ: ລາຍ​ຮັບ​ຈາກ​ການ​ຂາຍ​ປີ້​ທັງ​ໝົດ​ຈະ​ໃຊ້​ເຂົ້າ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ຫໍ​ດັ່ງກ່າວ​ແລະ​ວຽກ​ງານ​ການ​ກຸສົນ​ເພື່ອ​ຊ່ວຍ​ເຫຼືອ​ສິລະ​ປິນທີ່​ທຸກ​ຍາກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ