ເອຢິບ​ປະກາດພາວະ​ສຸກ​ເສີນ​ໃນ​ທົ່ວ​ປະ​ເທດ 3 ​ເດືອນ​
2017-04-12 15:42:08  cri 
​ໂທລະ​ພາບ​ແຫ່ງ​ຊາດ​ເອຢິບ​ລາຍ​ງານ​ໃນ​ວັນ​ທີ 11 ​ເມສາ​ນີ້​ວ່າ: ລັດຖະສະພາ​ເອຢິບ​ໄດ້​ລົງ​ຄະ​ແນນ​ສຽງ​ຮັບຮອງ​ມະຕິວ່າ​ດ້ວຍ​ການ​ປະກາດພາວະ​ສຸກ​ເສີນ​ເປັນ​ເວລາ 3 ​ເດືອນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດຫຼັງ​ເກີດ​ເຫດ​ລະ​ເບີດ​ໂບດ​ຄຣິສ 2 ​ແຫ່ງ​ໃນວັນ​ທີ 9 ​ເມສາ​ນີ້ຢູ່​ເມືອງ​ຕານ​ຕາ​ແລະ​​ເມືອງອາ​ເລັກ​ຊັນ​ດຣາ ​ທາງພາກ​ເໜືອ​ ​ເຊິ່ງ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 44 ຄົນ​ແລະ100 ກວ່າ​ຄົນ​ບາດ​ເຈັບ. ຂະນະ​ທີ່ກຸ່ມ​IS​ອ້າງ​ ​ຄວາມ​ຮັບຜິດ​ຊອບ​ຕໍ່​ເຫດການ​ລະ​ເບີດ​ສອງ​ຄັ້ງ​ດັ່ງກ່າວ.

ທ່ານ​ອັບ​ເດ​ວ ຟາ​ຕາ ອັນ ​ໄຊ​ຊີ ປະທານາທິບໍດີ​ເອຢິບ​ໄດ້​ຖະ​ແຫຼ​ງຜ່ານໂທລະພາບ​ໃນ​ຄືນ​ວັນ​ທີ 9 ​ເມສາ​ນີ້​ວ່າ ປະ​ເທດ​ຕົນ​ຈະ​ຢູ່​ໃນພາວະ​ສຸກ​ເສີນ​ເປັນ​ເວລາ 3 ​ເດືອນ. ຈາກ​ນັ້ນ, ຄະນະ​ລັດຖະບານກໍປະກາດ​ວ່າ ເລີ່​ມ​ປະຕິບັດ​ຕາມ​ການ​ປະກາດ​ພາວະ​ສຸກ​ເສີນແຕ່​ເວລາ13 ​ໂມງ​ຂອງ​ວັນ​ທີ 10 ​ເມສາ​ນີ້​ເປັນ​ຕົ້ນ​ໄປ. ທັງ​ນີ້ ຕາມ​ລັດຖະທຳ​ມະນູນ​ຂອງ​ເອຢິບ, ຂໍ້​ຕົກລົງ​ດັ່ງກ່າວ​ຕ້ອງ​ໄດ້​ຜ່ານ​ການ​ຮັບຮອງ​ຈາກ​ການ​ລົງ​ຄະ​ແນນ​ສຽງ​​ເຫັນ​ດີ​ຂອງ​ລັດຖະສະພາ​ແລ້ວ​ຈິ່ງ​ຈະ​​ເກີດ​ຜົນ​ສັກສິດ​ຢ່າ​ງ​ເປັນ​ທາງ​ການ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ