ບຸນກາຣີສ້າງ​ຕັ້ງ​ສະມາຄົມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ທົ່ວ​ປະ​ເທດ
2017-04-12 16:11:36  cri 
ສະມາຄົມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ທົ່ວ​ປະ​ເທດບຸນ​ກາຣີ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢູ່​ນະຄອນ ຫຼວງ​ໂຊ​ເຟຍ​ປະ​ເທດດັ່ງກ່າວໃນ​ວັນ​ທີ 11 ​ເມສາ​ນີ້, ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຕື່ມ​ອີກ.

ທ່ານ​ຈ່າງ​ໄຫ​ໂຈ່​ວ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ບຸນ​ກາ​ຣີກ່າວ​ໃນ​ພິທີດັ່ງກ່າວວ່າ, ປະ​ເທດ​ເອີ​ລົບ​ກາງ​ແລະຕາ​ເວັນ​ອອກ​ແມ່ນ​ໜຶ່ງ​ໃນ​ທິດ​ທາງ​ບູລິ​ມະ​ສິດ​ໃນ​ການ​ຮ່ວມ​ມື "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຂອງ​ຈີນ. ຂະນະ​ທີ່​ເວທີ​ປຶກສາ​ຫາລື​ສຸດ​ຍອດ​ການ​ຮ່ວມ​ມື​ສາກົນ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ເດືອນໜ້າ​ນັ້ນ​ນັບ​ວ່າ​ເປັນ​ໂອກາດ​ດີ​ທີ່ບຸນ​ກາຣີສ້າງຕັ້ງ​ສະມາຄົມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ທົ່ວ​ປະ​ເທດ​.

ທ່ານ​ອັນ​ເຈີ ​ໂອ​ເບັດ​ຊົຟ ຫົວໜ້າກົມອາຊີ​ປາຊີ​ຟິກ​ກະຊວງ​ການ​ຕ່າງປະ​ເທດ​ບຸນ​ກາຣີກ່າວ​ໃນ​ພິທີ​ດັ່ງກ່າວ​ວ່າ, ສະມາຄົມ "ໜຶ່ງ​ແລວ​ທາງ​ໜຶ່ງ​​ເສັ້ນທາງ" ຈະ​ກາຍ​ເປັນ​ເວທີ​ຊຸກຍູ້ສົ່ງ​ເສີມ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄລຍະ​ຍາວ​ແລະ​ມີ​ປະສິດທິພາບ​ສູງ, ທັງຈະ​ເສີມ​ຂະຫຍາຍ​ບົດບາດ​ສຳ​ຄັນ​ໃນ​ການ​ຊຸກຍູ້​ພາກ​ລັດແລະ​ປະຊາຊົນ​ຂອງ​ປະ​ເທດ​ຕົນ​ຊອກ​ຮູ້​ແລະ​ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຢ່າງຮອບດ້ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ