ປະທານ​ລັດ​ຖະສະພາ​ອິນ​ໂດ​ເນ​ເຊຍ​ຖືກ​ຫ້າມ​ບໍ່​ໃຫ້​ອອກປະ​ເທດ​ຫຼັງ​ຖືກ​ສົງ​ໄສ​ສໍ້​ລາດ​ບັງ​ຫຼວງ
2017-04-13 11:04:35  cri 
ສື່​ມວນ​ຊົນ​ອິນ​ໂດ​ເນ​ເຊຍ​ລາຍ​ງານ​ໃນ​ວັນ​ທີ 12 ​ເມສາ​ນີ້​ວ່າ: ຫົວໜ້າ​ກົມກວດກາ​ຄົນ​ເຂົ້າ​ເມືອງ​ອິນ​ໂດ​ເນ​ເຊຍ​ຢືນຢັນ​ໃນ​ວັນ​ທີ 11 ​ເມສາ​ນີ້​ວ່າ: ​ໄດ້​ຮັບ​ໜັງສືຈາກ​​ເຈົ້າ​ໜ້າ​ທີ່​ສືບສວນ​ຂອງ​ຄະນະ​ກຳມະການ​ປາບປາມ​ການ​ສໍ້​ລາດ​ບັງ​ຫຼວງໃນ​ຄືນ​ວັນ​ທີ 10 ​ເມສາ​ນີ້​​ເພື່ອຫ້າມບໍ່​ໃຫ້ທ່ານເຊັດຢາ ໂນວານໂຕ ປະທານລັດຖະສະພາອິນໂດເນເຊຍອອກປະເທດພາຍໃນ​ເວລາ 6 ​ເດືອນ.

​ໂຄສົກ​ຄະນະ​ກຳມະການ​ປາບ​ປາມ​ການ​ສໍ້​ລາດ​ບັງ​ຫຼວງ​ອິນ​ໂດ​ເ​ນ​ເຊຍ​ຢືນຢັນ​ວ່າ: ​ເນື່ອງ​ຈາກ​ສົງ​ໄສ​ທ່ານ​ໂນ​ວານ​ໂຕມີ​ສ່ວນ​ກ່ຽວຂ້ອງ​ກັບ​ຄະດີ​ສໍ້​ລາດ​ບັງ​ຫຼວງ​​​ໃນໂຄງການ​​ເຮັດບັດປະຈຳຕົວ​​ເອ​ເລັກ​ໂຕຣນິກ,ຄະນະ​ຕົນ​ຈິ່ງ​ຮຽກຮ້ອງ​ໃຫ້​ກົມ​ກວດກາ​ຄົນ​ເຂົ້າ​ເມືອງຫ້າມ​ບໍ່​ໃຫ້​ທ່ານໂນ​ວານ​ໂຕ​ອອກປະ​ເທດ​ພາຍ​ໃນ 6 ​ເດືອນ.

ລັດຖະສະພາ​ອິນ​ໂດ​ເນ​ເຊຍ​ໄດ້ພິຈາລະນາ​ຮ່າງ​ແຜນ​ງົບປະມານ​ແຫ່ງ​ລັດ​ສົກ​ປີ 2011 ​ແຕ່​ເດືອນ​ກໍລະກົດ-ສິງຫາ 2010 ​ເປັນ​ຕົ້ນ​ມາ ລວມທັງງົບປະ​ມານ​ຈັດ​ຊື້​​ໃນໂຄງການ​​ເຮັດບັດ​ເອ​ເລັກ​ໂຕ​ນິກ​ ​ມູນ​ຄ່າ 5.900 ຕື້ຣູ​ເປຍ​ອິນ​ໂດ​ເນ​ເຊຍ ​ແລະ​ໃນ​ນີ້ 51%​ນຳ​ໃຊ້​ໃນໂຄງການ​ດັ່ງກ່າວ, 49%ຈະ​ເປັນ​ສ່ວນ​ແບ່ງ​ຜົນກຳ​ໄລໃຫ້​ສະມາຊິກ​ສະພາ, ​ເຈົ້າໜ້າ​ທີ່​ກະຊວງ​ພາຍ​ໃນພ້ອມ​ດ້ວຍ​ຜູ້​ປະຕິບັດ​ໂຄງການ​ຫຼື​ບໍລິສັດ​ຄູ່​ຮ່ວມ​ມື​ລວມທັງ​ໝົດ​ຫຼາຍ​ສິບ​ຄົນ ​ເຊິ່ງລວມທັງ​ອະດີດລັດຖະມົນຕີ​ກະຊວງ​​​ແລະ​ລັດຖະມົນຕີ​ກະຊວງ​ຄົນ​ປັດຈຸບັນ​ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ລັດຖະບານ​ຫຼາຍ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ