ທ່ານ ລີ​ວຢຸນຊ່ານ ຕ້ອນ​ຮັບ​ຄະນະ​ຜູ້​ແທນ​ໜັງສືພິມ​ເຍິນ​ເຢິນຫວຽດນາມ
2017-04-13 11:02:25  cri 
ວັນ​ທີ 12 ​ເມສາ​ນີ້ ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ ລີ​ວຢຸນຊ່ານ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ​ກອມ​ມູນິດຈີນ​ໄດ້​ຕ້ອນຮັບຄະນະ​ຜູ້​ແທນ​ໜັງສືພິມ​ເຍິນ​ເຢິນ​ຫວຽດນາມ​ທີ່​ນຳ​ໂດຍ​ທ່ານ​ຖວນຮິ​ວ ກຳມະການ​ສູນ​ກາງ​ພັກ​, ຫົວໜ້າ​ກອງເສນາ​ທິການໜັງສືພິມ​​ເຍິນ​ເຢິນ ປະທານ​ສະມາຄົມ​ນັກ​ຂ່າວ​ຫວຽດນາມ.

ທ່ານ ລີ​ວຢຸນຊ່ານ ກ່າວ​ວ່າ: ໜັງສືພິມ​ປະຊາຊົນ​ລາຍ​ວັນ​ແລະ​ໜັງສືພິມ​​ເຍິນ​ເຢິນໃນ​ຖານະ​ເປັນກະບອກ​ສຽງຂອງ​ສູນ​ກາງ​ພັກ​ຈີນ​ແລະ​ຫວຽດນາມ ​​ໄດ້​ຮັກສາ​ການພົວພັນ​ກັນ​ດ້ວຍ​ໄມຕີ​ຈິດ​ມິດຕະພາບ​ມາ​ໂດຍ​ຕະຫຼອດ ​ແລະກາຍ​ເປັນ​ສ່ວນສຳຄັນ​ໃນການ​ໄປມາຫາສູ່​ລະຫວ່າງ​ພັກ-ລັດ​ສອງ​ປະ​ເທດ. ຈາກ​ນີ້​ຈຶ່ງຫວັງ​ວ່າ​ໜັງສືພິມ​ຂອງ​ສອງ​ພັກຈະ​ເພີ່ມ​ທະວີ​ການ​ແລກປ່ຽນ,ລົງ​ເລິກ​ການ​ຮ່ວມ​ມື ​ເພື່ອ​ສືບ​ຕໍ່​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ປະຊາຊົນສອງ​ປະ​ເທດ, ປົກ​ປັກ​ຮັກສາ​ບັນ​ຍາ​ກາດສາຍ​ພົວພັນ​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ລະ​ຫວ່າງ​ສອງ​ພັກ-​ລັດ​ຈີນ​ແລະ​ຫວຽດນາມ.

ທ່ານ ຖວນຮິ​ວ ກ່າວ​ວ່າ: ໜັງສືພິມ​​ເຍິນ​ເຢິນຫວຽດນາມ​ຍິນ​ດີ​ຖອດ​ຖອນ​ບົດຮຽນ​ນຳໜັງສືພິມ​ປະຊາຊົນ​ລາຍ​ວັນ​ຂອງ​ຈີນ​​ເພື່ອຊຸກຍູ້​ການ​ພັດທະນາ​ແລະ​ການ​ເຊື່ອມ​ໂຍງ​​ເຂົ້າກັນຂອງ​ສື່​ມວນ​ຊົນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການຮ່ວມມື​ກັບ​ໜັງສືພິມ​ປະຊາຊົນ​ລາຍ​ວັນ​ຂອງ​ຈີນ, ຮ່ວມ​ກັນ​ຊຸກຍູ້​ສາຍ​ພົວພັນ​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງສອງ​ພັກ-​ລັດ​​ແລະ​ປະຊາຊົນສອງ​ປະ​ເທດ​ໃຫ້​ສືບ​ຕໍ່​ຂະຫຍາຍຕົວ​ກ້າວ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ