ມູນ​ຄ່າ​ການນຳ​ເຂົ້າ​ແລະ​ສົ່ງ​ອອກ​ສິນ​ຄ້າ​ຂອງ​ຈີນ​ເພີ່ມ​ຂຶ້ນ 21,8% ໃນ​ໄຕ​ມາດ​ທີ​ໜຶ່ງ
2017-04-13 16:31:24  cri 
    ຕາມ​ຂ່າວ​ສານ​ຈີນ: ກົມ​ໃຫຍ່​ດ່ານ​ພາ​ສີ​ຈີນ​ເຜີຍ​ແຜ່​ຂໍ້​ມູນຫຼ້າ​ສຸດ​ໃນ​ວັນ​ທີ 13 ເມ​ສານີ້ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ໄຕ​ມາດ​ທີ​ໜຶ່ງ, ຍອດ​ມູນ​ຄ່າ​ການ​ນຳ​ເຂົ້າ​ແລະ​ສົ່ງ​ອອກ​ສິນ​ຄ້າ​ຂອງ​ປະ​ເທດ​ຕົນ ​ບັນ​ລຸເຖິງ 6200 ຕື້ຢວນ ເພີ່ມ​ຂຶ້ນ 21,8% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ; ໃນ​ນັ້ນ ມູນ​ຄ່າ​ສົ່ງ​ອອກບັນ​ລຸ 3300 ຕື້ຢວນ ເພີ່ມ​ຂຶ້ນ 14,8% ແລະ​ມູນ​ຄ່າ​ການນຳ​ເຂົ້າ 2870 ຕື້​ຢວນ ເພີ່ມ​ຂຶ້ນ 31,1%. ທັງນີ້​​ໄດ້​ສົ່ງ​ຜົນ​ເຮັດ​ໃຫ້​ມູນ​ຄ່າ​ການ​ນຳ​ເຂົ້າ​ແລະ​ສົ່ງ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ​ຕິດ​ຕໍ່​ກັນເປັນ​ໄຕ​ມາດ​ທີ​ສາມ.

    ທ່ານ ຮວງ​ຊົ້ງ​ພິງ ໂຄ​ສົກ​ກົມ​ໃຫຍ່​ດ່ານ​ພາ​ສີ​ຈີນ ກ່າວ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ມື້​ດຽວ​ກັນ​ວ່າ, ​ການ​ທີ່ການ​ນຳ​ເຂົ້າ​ແລະ​ສົ່ງ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ​ໃນ​ໄຕ​ມາດ​ທີ​ໜຶ່ງ ເນື່ອງ​ຈາກ​ ໜຶ່ງ, ​ ​ເສດ​ຖະ​ກິດ​ທົ່ວ​ໂລກໄດ້​ປັບ​​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ຄວາມ​ຕ້ອງ​ການ​ພາຍນອກກໍ​ເພີ່ມ​ຂຶ້ນ ເຊິ່ງ​ມີ​ຜົນ​ດີ​ຕໍ່​ການ​ເຕີບ​ໂຕ​ຂອງ​ການ​ສົ່ງ​ອອກ; ສອງ, ເສດ​ຖະ​ກິດ​ປະ​ເທດ​ຕົນ​ມີ​ຄວາມ​ໜັ​ກ​ແໜ້ນ​ແລະ​ດີ​ຂຶ້ນ ເຊິ່ງ​ເປັນ​ສ່ວນ​ຊຸກ​ຍູ້​ການ​ນຳ​ເຂົ້າ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ແລະ​ສຸດ​ທ້າຍ, ລາ​ຄາ​ສິນ​ຄ້າ​ນຳ​ເຂົ້າ​ຖີບ​ສູງ​ຂຶ້ນຫຼາຍ ເຮັດໃຫ້​ມູນ​ຄ່າ​ການ​ນຳ​ເຂົ້າ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ