ທະ​ນາ​ຄານ​ເບ​ລາ​ຣຸດ​ຊີ​ແຫ່ງ​ທີ​ສອງ​ເປີດ​ບໍ​ລິ​ການ​ບັດ​ຢູ​ນຽນ​ເພ
2017-04-13 16:35:42  cri 
    ບໍ​ລິ​ສັດ​ຢູ​ນຽນ​ເພ​ສາ​ກົນ​ເປີດ​ເຜີຍ​ໃນ​ວັນ​ທີ 12 ເມ​ສານີ້​ວ່າ, ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ຮອບ​ດ້ານ​ກັບ​ທະ​ນາ​ຄານ BPS-Sber ຂອງ​ເບ​ລາຣຸດ​ຊີ ໂດຍ​ສອງ​ຝ່າຍ​ຈະ​ຮ່ວມ​ມື​​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ຮັບ​ຊຳ​ລະ​ດ້ວຍ​ບັດ​ຢູ​ນຽນ​ເພ, ຊຸກ​ຍູ້​ການ​ຈຳ​ໜ່າຍ​ບັດ​ຢູ່​ທ້ອງ​ຖິ່ນ​ຕົນ, ໂຄ​ສະ​ນາຜະ​ລິດ​ຕະ​ພັນ​ແລະ​ກາ​ນ​ບໍ​ລິ​ການ​ແບບ​ປະ​ດິດ​ສ້າງ​ຂອງ​ຢູ​ນຽນ​ເພ ແລະ​ອື່ນໆ ເພື່ອ​ຍົກສູງ​ຄວາມ​ສາ​ມາດ​ການ​ບໍ​ລິ​ການ​ຂອງ​ບັດ​ຢູ​ນຽນ​ເພ​ຢູ່​ຕະຫຼາດ​ຂອງ​ປະ​ເທດ​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".

    ປັດ​ຈຸ​ບັນ ຢູ່​ຮ້ານ​ຄ້າ​ທີ່​ຕິດ​ເຄື່ອງ​ໝາຍ​ຢູ​ນຽນ​ເພ ລ້ວນ​ແຕ່​ສາ​ມາດ​​ໃຊ້ບັດ​ຢູ​ນຽນ​ເພ​ໄດ້, ຂະ​ນະ​ທີ່​ຕູ້ ATM ສ່ວນ​ໜຶ່ງ​ຂອງ​ທະ​ນາ​ຄານ​ອຸດ​ສາ​ຫະ​ກຳ​ອາຍ​ແກັ​ສ​ທຳ​ມະ​ຊາດ​ຂອງ​ເບ​ລາ​ຣຸດ​ຊີ ​ກໍສາ​ມາດ​ຖອນ​ເງິນ​ສົດ​ດ້ວຍ​ບັດ​ຢູ​ນຽນ​ເພ​ໄດ້ ເຊິ່ງ​ຕູ້ ATM ​​ເຫຼົ່າ​ນີ້ ມີ​ຢູ່​ສະ​ໜາມ​ບິນ, ຮ້ານ​ສັບ​ພະ​ສິນ​ຄ້າ, ຮ້ານ​ປອດ​ພາ​ສີ ແລະ​ສະ​ຖານ​ທີ່​ອື່ນໆ​ທີ່​ນັກ​ທ່ອງ​ທ່ຽວ​ນິ​ຍົມ​ໄປ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ