ມາ​ຮູ້ຈັກ"ໜຶ່ງແລວທາງໜຶ່ງເສັ້ນທາງ"ແມ່ນຫຍັງ?
2017-04-14 15:22:58  cri 
ກ່ອນ​ໜ້າ​ນີ້​ຄືວັນ​ທີ 7 ກັນຍາ 2013, ທ່ານສີ​ຂິ້ນຜິ​ງ ປະທານປະເທດຈີນ​ໄດ້ປາຖະກະຖາ​ຢູ່​ມະຫາວິທະຍາ​ໄລນາ​ຈາ​ບາ​ເຢັຟ ປະ​ເທດ​ກາ​ຊັກ​ສະຖານໂດຍການສະ​ເໜີ​ຂໍ້​ລິ​ເລີ່​ມຮ່ວມກັນສ້າງ "​ແລວ​ທາງ​ເສດຖະກິດ​ເສັ້ນທາງ​ສາຍ​ໄໝ"​ ເຊິ່ງແລວທາງນີ້ທິດຕາເວັນອອກຕິດກັບວົງເສດຖະກິດອາຊີ​ປາຊິ​ຟິກ, ທິດຕາ​ເວັນ​ຕົກ​ຕິດ​ກັບ​ວົງ​ເສດຖະກິດ​ເອີຣົບທີ່​ພັດທະນາ​ຫຼາຍ​ແລະຖື​ວ່າ​ເປັນ​ແລວ​ທາງ​ເສດຖະກິດ​ຍິ່ງ​ໃຫຍ່,ທີ່​ຍາວ​ທີ່​ສຸດ​ແລະ​ມີ​ທ່າ​ແຮງ​ບົ່ມ​ຊ້ອນ​ແຫ່ງ​ການ​ພັດທະນາ​ຫຼາຍ​ທີ່​ສຸດ​ໃນ​ໂລກ. ​ເດືອນ​ຕຸລາ​ປີ​ດຽວ​ກັນ, ທ່ານ​ສີ​ຈິ້ນຜິ​ງ​​ໄດ້ເດີນທາງ​ຢ້ຽມຢາມ​ອາ​ຊຽນ​ໂດຍ​​ໃນ​ໂອກາດ​ດັ່ງກ່າວ​ກໍ​ໄດ້ສະ​ເໜີ​ຮ່ວມ​ກັນ​ສ້າງ "​ເສັ້ນທາງ​ສາຍ​ໄໝ​ທາງທະ​ເລ​​ໃນ​ສະຕະວັດ​ທີ 21" ​ເຊິ່ງ​ເປັນ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ທີ່​ຫັນ​ໜ້າ​ສູ່​ອາ​ຊຽນ,​ເປັນ​ເສົາ​ຄ້ຳ​ທາງ​ຍຸດ​ທະ​ສາດ​​​ແຫ່ງ​ການ​ຊຸກຍູ້​ການ​ພັດທະນາ​ຂອງ​​ແຜ່ນດິນ​ໃຫຍ່. ຈາກ​ນີ້​ຈິ່ງ​ໄດ້​ລວມ 2 ຂໍ້​ລິ​ເລີ່​ມປະກອບ​ເປັນ​ຂໍ້​ລິ​ເລີ່​ມ ໜຶ່ງ​ແລວ​ທາງໜຶ່ງເ​ສັ້ນ​ທາງ"
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ