ກອງທັບ​ອາ​ເມ​ລິ​ກາ​ຢືນຢັນ​ພັນທະ​ມິດ​ຖິ້ມ​ລະ​ເບີດ​ຜິດ​ເປົ້າ​ເຮັດ​ໃຫ້ 18 ຄົນ​ເສຍ​ຊີວິດ
2017-04-14 11:13:04  cri 
ວັນ​ທີ 13 ​ເມສາ​ນີ້, ກອງ​ບັນຊາ​ການສ່ວນ​ກາງກອງທັບ​ອາ​ເມ​ລິ​ກາ​ກ່າວ​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້​, ​ກຸ່ມ​ພັນທະ​ມິດທີ່​ນຳໂດຍ​ອາ​ເມ​ລິ​ກາ​ໄດ້​ຖິ້ມລະ​ເບີດ​ໂຈມ​ຕີ​ທາງ​ອາກາດຜິດ​ເປົ້າ​ອີກຄັ້ງ​ໜຶ່ງ​ ສົ່ງ​ຜົນ​ເຮັດ​ໃຫ້​ສະມາຊິກ "ກອງ​ທະຫານ​​ເພື່ອ​ປະຊາທິປະ​ໄຕ​ຊີຣີ" ​ກຸ່ມ​ປະກອບ​ອາວຸດ​ເຄີ​ດທີ່​ສະໜັບສະໜູນ​ໂດຍ​ອາ​ເມ​ລິ​ກາເສຍ​ຊີວິດ 18 ຄົນ.

​ໃນ​ມື້​ດຽວ​ກັນ, ກອງ​ບັນຊາ​ການ​ສ່ວນກາງ​ກອງທັບ​ອາ​ເມ​ລິ​ກາ​ໄດ້ອອກຖະ​ແຫຼ​ງການ​ສະບັບ​ໜຶ່ງ​​ໂດຍ​ລະບຸວ່າ: ວັນ​ທີ 11 ​ເມສາ​ນີ້, ກຸ່ມ​ພັນທະ​ມິດໄດ້ໂຈມ​ຕີສະຖານ​ທີ່​​ໃກ້ຖານທັບ​ກຸ່ມ IS ຢູ່​ແຂວງ​ອານ ຣັກກາ​ທາງ​ທິດຕາ​ເວັນ​ຕົກ​ຂອງຊີຣີທາງ​ອາກາດ​ແລະຫຼັງ​ຈາກ​ນັ້ນ​ກໍໄດ້​ຢັ້ງຢືນ​ວ່າ​ແມ່ນ​ຖານທີ່​ໝັ້ນ​ຂອງ​ກອງ​ທະຫານ​​ເພື່ອ​ປະຊາທິປະ​ໄຕຊີຣີ​ເຊິ່ງການ​ໂຈມ​ຕີ​ຜິດ​​ເປົ້າ​ດັ່ງກ່າວ​ເຮັດ​ໃຫ້ສະມາຊິກ​ຂອງກຸ່ມກຳລັງ​ປະກອບ​ອາວຸດດັ່ງກ່າວ 18 ຄົນ​ ​ເສຍ​ຊີວິດ.

ປັດຈຸບັນ, ຍັງ​ບໍ່​​ແນ່​ໃຈ​ວ່າການ​ໂຈມ​ຕີ​ດັ່ງກ່າວ​ກໍ່ຂຶ້ນ​ໂດຍ​ກອງທັບ​ອາ​ເມ​ລິ​ກາ​ຫຼື​ປະ​ເທດ​ອື່ນໆ​ທີ່​ເປັນ​ພັນທະ​ມິດ​ກັນ​ແທ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ