ເມືອງ​ນານ​ນິງ​ເຂດປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງ​ກວາງຊີ​ຈະ​ສ້າງສູນ​ການ​ຄ້າ​​ເອ​ເລັກ​ໂຕຣນິກຂ້າມ​ຊາດ​ຈີນ-ອາ​ຊຽນ
2017-04-14 16:58:29  cri 
ວັນ​ທີ 13 ​ເມສາ​ນີ້, ​ເຈົ້າ​ໜ້າ​ທີ່ເມືອງ​ນານ​ນິງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ຈີນ​ໄດ້​ໃຫ້​ຮູ້​ວ່າ: ​ໃນ​ຖານະ​ເປັນ​ປ້ອມ​ດ່ານໜ້າ​ແລະ​ເມືອງສຳຄັນ​ຂອງ​ຈີນ​ທີ່ອວ່າຍ​ໜ້າ​ໄປ​ສູ່​ອາ​ຊຽນທັງ​ໃນ​ການ​ເປີດ​ປະຕູ​ແລະ​ການ​ຮ່ວມ​ມືນັ້ນ, ​ເມືອງຂອງ​ຕົນຈະ​ສ້າງ​ສູນ​ການ​ຄ້າ​ເອ​ເລັກ​ໂຕ​ຣນິກຂ້າມ​ຊາດ​ຈີນ-ອາຊຽນ ​ເພື່ອ​​ເປັນ​ທາງ​ຜ່ານ​ໃໝ່ສຳລັບ​ການ​ຄ້າ​ຈີນ-ອາ​ຊຽນ​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ຄ້າ​ເອ​ເລັກ​ໂຕຣນິກ.

​​​ໄປ​ພ້ອມກັບ​ການວາງ​ແຜນ​ກໍ່ສ້າງ​​ເຂດ​ຄຸ້ມ​ຄອງພາສີ​ລວມນານ​ນິງນັ້ນ, ກໍ​ຈະ​ກໍ່ສ້າງ​ແລະ​ປັບປຸງ​ເຂດ​ນິຄົມ​ການ​ຄ້າ​ເອ​ເລັກ​ໂຕຣນິກຂ້າມ​ຊາດ​ຈີນ​-ອາ​ຊຽນ​ໃຫ້​ດີ​ຂຶ້ນທັງ​ເລັ່ງຊຸກຍູ້​ການ​ພັດທະນາຂະ​ແໜງ​ການ​ການ​ຄ້າ​ເອ​ເລັກ​ໂຕຣນິກຂ້າມ​ຊາດ.

ເຈົ້າ​ໜ້າ​ທີ່​ເມືອງ​ນານ​ນິງຍັງ​ໃຫ້​ຮູ້​ອີກວ່າ: ​ເມືອງ​ຂອງ​ຕົນ​ຫຼັງ​ໄດ້​ສ້າງ​ຕັ້ງສູນ​ຂໍ້​ມູນ​ຂ່າວສານ​ຈີນ-ອາ​ຊຽນ​ແລ້ວ, ຍັງ​ຈະສ້າງ​ບ້ານ​ການ​ຄ້າ​ເອ​ເລັກ​ໂຕຣນິກ​​ເຂດ​ພັດທະນາ​ໃໝ່​ອູ​ຊ້ຽງ;ສະໜັບສະໜູນ​​ການສ້າງ​ເຂດ​ການ​ຄ້າ​ໃນ​ສະໜາມ​ບິນອູ​ຊູ່ ລວມທັງ​ປັບປຸງມາດຖານການ​ນຳ​ເຂົ້າສັດ​ໃນ​ນ້ຳ​, ດ່ານ​ນຳ​ເຂົ້າໝາກ​ໄມ້​ແລະ​ຮ້ານ​ສິນຄ້າ​ປອດ​ພາສີ; ສ້າງ​ສູນ​ການ​ຄ້າ​ຂ້າມ​ຊາດຢູ່​ເຂດ​ຊິ່ງຊີ້​ວຊ່ານທີ່​ເປັນ​ເຂດ​​ສຳຄັນ​ຂອງ​ເມືອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ