ຜົນສຳ​ເລັດ​​ໃນ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"
2017-04-14 16:59:45  cri 
​ກວ່າ 3 ປີຜ່ານມາ, ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ຈາກ​ບໍ່​ມີ​ຫຍັງ​ກ້າວ​ມາ​ການ​ພັດທະນາ​ທີ່​ຄືບ​ໜ້າ​ແລະ​ປະສົບຜົນສຳ​ເລັດ​​ເກີນ​ຄາດໝາຍ.

ປັດຈຸບັນ, ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ໄດ້​ຮັບ​ການ​ຕອບ​ຮັບ​ແລະ​ການ​ສະໜັບສະໜູນ​ຈາກກວ່າ 100 ປະ​ເທດ​ແລະ​ອົງການ​ຈັດ​ຕັ້ງ​ສາກົນໃນໂລກ. ຈີນ​ແລະ 56 ປະ​ເທດ​ແລະ​ອົງການ​ຮ່ວມ​ມື​ພາກ​ພື້ນ​ໄດ້​​​ເຜີຍ​ແຜ່​ເອກະສານ​ຮ່ວມ​ທີ່​ເຊື່ອມ​ຕໍ່​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ຮ່ວມ​ກັບ 11 ປະ​ເທດ​ຢູ່​ຕາມ​ໜຶ່ງ​ແລວ​ທາງ​ໜຶ່ງ​​ເສັ້ນທາງ​ເຊັນ​ສັນຍາເຂດ​ການ​ຄ້າ​ເສລີ ແລະ​ເຊັນ​ສັນຍາ​ວ່າ​ດ້ວຍ​ການ​ລົງທຶນ​ສອງ​ຝ່າຍ​ກັບ 56 ປະ​ເທດ​ຢູ່​ຕາມ​ໜຶ່ງ​ແລວທາງ​ໜຶ່ງ​ເສັ້ນ​ທາງ. ​ໃນ​ມະຕິ​ຕົກລົງ​ຫຼື​ເອກະສານ​ທີ່​ກ່ຽວຂ້ອງ​ຂອງສະມັດຊາ​ໃຫຍ່ອົງການ​ສະຫະ​ປະຊາ​ຊາດ, ສະພາ​ຄວາມ​ໝັ້ນຄົງອົງການ​ສະຫະ​ປະຊາ​ຊາດ,ຄະນະ​ກຳມະການ​​ເສດຖະກິດ​-ສັງຄົມ​ອາຊີ​ປາຊີ​ຟິກຂອງ​ອົງການ​ສະຫະ​ປະຊາ​ຊາດ​ຫຼື ESCAP, ອົງການ​ຮ່ວມ​ມື​ດ້ານ​ເສດຖະກິດ​ອາຊີ​ປາຊີ​ຟິກຫຼື APEC, ກອງ​ປະຊຸມ​ອາຊີ-​ເອີຣົບ,ການ​ຮ່ວມມື​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ແລະ​ອື່ນໆ​ລ້ວນ​ແຕ່​ໄດ້​ບັນຈຸ​ຫຼື​ມີ​ເນື້ອ​ໃນການ​ສ້າງ "ໜຶ່ງ​ແລ​ວທາງ​ໜຶ່ງ​ເສັ້ນທາງ". ການ​ສ້າງຕັ້ງ​ທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ​ຫຼື AIIB ​ແລະ ກອງ​ທຶນ​​ເສັ້ນທາງ​ສາຍ​ໄໝ​ໄດ້​ກາຍ​ເປັນ​ການ​ຄ້ຳປະກັນທີ່ໜັກ​ແໜ້ນ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ການ​ທະນາຄານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ