ດຳ​ເນີນການ​ເຈລະຈາ​​ເຂດ​ການ​ຄ້າ​ເສລີ​ຈີນ ຍີ່ປຸ່ນ​ແລະ​ສ ​ເກົາຫຼີ​ຮອບ​ທີ 12 ຢູ່​ໂຕ​ກຽວ
2017-04-14 17:34:41  cri 
ກອງ​ປະຊຸມ​ຫົວໜ້າຜູ້ຕາງໜ້າ​ການ​ເຈລະຈາ​ເຂດ​ການ​ຄ້າ​ເສລີ​ຈີນ ຍີ່ປຸ່ນ​ແລະ​ສ​ ​ເກົາຫຼີ​​ເທື່ອ​ທີ 12 ​ໄດ້​ຈັດ​ຂຶ້ນ​ຢູ່​​​ໂຕ​ກຽວ​ ປະ​ເທດ​ຍີ່ປຸ່ນ​ໃນ​ວັນ​ທີ 13 ​ເມສາ​ນີ້, ​ໂດຍສາມ​ປະ​ເທດ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງວ່າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຊຸກຍູ້​ການ​ຄ້າ​ສິນຄ້າ, ການ​ຄ້າ​ການ​ບໍລິການ​, ການ​ລົງທຶນ​ແລະ​ອື່ນໆ​ໃຫ້​ດີ​ຂຶ້ນ.

ການ​ເຈລະຈາ​​ເທື່ອ​ນີ້​ເລີ່​ມຈັດ​ຂຶ້ນ​ໃນ​ວັນ​ທີ 10 ​ເມສາ​ນີ້, ​ໂດຍສາມ​ປະ​ເທດ​​ໄດ້​ຈັດ​ກອງ​ປະຊຸມ​ໜ່ວຍ​ງານ​ກ່ຽວ​ກັບ​ການ​ຄ້າ​ການບໍລິການ, ​ໂທລະ​ຄົມ, ການ​ບໍລິການ​ດ້ານ​ທະນາຄານ, ການ​ລົງທຶນ, ນະ​ໂຍບາຍ​ການ​ແຂ່ງຂັນ, ສິດ​ຊັບ​ສິນ​ທາງ​ປັນຍາ, ການ​ຄ້າ​ເອ​ເລັກ​ໂຕຣນິກ​ແລະ​ອື່ນໆ, ​ແລະ​ໄດ້​​ແລກປ່ຽນ​​ມາດຕະການ​ຄວບ​ຄຸມ​ການ​ຄ້າ​ການບໍລິການ​ຢ່າງຮອບດ້ານ​ແລະ​ລະອຽດ​ເຖິງ​ຖອງ.

ຈີນ ຍີ່ປຸ່ນ​ແລະ​ສ ​ເກົາຫຼີ​​ໄດ້ເລີ່​ມ​ເຈລະຈາ​ກ່ຽວ​ກັບ​ເຂດ​ການ​ຄ້າ​ເສລີ​ເມື່ອ​ເດືອນ​ພະຈິກ​ປີ 2012, ​ເພື່ອ​ເລັ່ງລົງ​ນາມ​ໃນສັນຍາ​ການ​ຄ້າ​ເສລີ​ຢ່າງຮອບດ້ານ, ມີ​ປະສິດທິພາບ​ສູງ​​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ