ເອ​ຢິບ​ຢືນ​ຢັນ​ວ່າ​ຮູ້​ຖາ​ນະ​ຂອງ​ຜູ້ກໍ່​ເຫດ​ລະ​ເບີດ​ແບບກໍ່​ການ​ຮ້າຍ​ຢູ່​ທານ​ທາ
2017-04-14 10:21:46  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ກະ​ຊວງ​ພາຍ​ໃນ​ເອ​ຢິບ ຢືນ​ຢັນ​ໃນ​ວັນ​ທີ 13 ເມ​ສານີ້​ວ່າ ໄດ້​ຮູ້​ຖາ​ນະ​ຂອງ​ຜູ້​​ສະຫຼະ​ຊີ​ວິດກໍ່​ເຫດ​ການ​ລະ​ເບີດ​ແບບກໍ່​ການ​ຮ້າຍ​ຢູ່​ທານ​ທາ ພາກ​ເໜືອ​ປະ​ເທດ​ຕົນ​ເມື່ອວັນ​ທີ 9 ເມ​ສານີ້ ຄື: ມາມ​ດູ ອາ​ມິນ ບັກ​ດາ​ດີ ເກີດ​ຢູ່​ເມືອງແຫ່ງ​ໜຶ່ງ​ທາງ​ພາກ​ໃຕ້​ປະ​ເທດ​ຕົນ​ເມື່ອ​ປີ 1977.

    ກ່ອນ​ໜ້ານີ້​ບໍ່​ດົນ, ກະ​ຊວງ​ພາຍ​ໃນ​ເອ​ຢິບ​ກໍ​ ປະ​ກາດ​ວ່າ ໄດ້ຮູ້​ຖາ​ນະ​ຂອງ​ຜູ້ກໍ່​ເຫດ​ລະ​ເບີດ​ແບບກໍ່​ການ​ຮ້າຍ​ຢູ່​ເມືອງ​ອາ​ເລັກ​ຊັງ​ດາ​ເມື່ອ​ວັນ​ທີ 9 ເມ​ສານີ້​ແລ້ວ. ອີງ​ຕ​າມ​ຖະ​ແຫຼງ​ການ​ຂອງ​ກະ​ຊວງ​ດັ່ງ​ກ່າວ, ຜູ້ກໍ່​ການ​ໂຈມ​ຕີ​ສອງ​ລາຍ​ດັ່ງ​ກ່າວ ຂຶ້ນ​ກັບ​ກຸ່ມ​ຫົວ​ຮຸນ​ແຮງ​ກຸ່ມ​ດຽວ​ກັນ, ແຕ່​ກະ​ຊວງ​ພາຍ​ໃນ​ບໍ່​ໄດ້​ລະ​ບຸ​ວ່າ ກຸ່ມ​ດັ່ງ​ກ່າວ​ມີ​ການ​ພົວ​ພັນ​ກັບ​ກຸ່ມ​ຫົວ​ຮຸນ​ແຮງ IS ຫຼື​ບໍ່.

    ວັນ​ທີ 9 ເມ​ສານີ້, ຢູ່ທານ​ທາ​ແລະ​ອາ​ເລັກ​ຊັງ​ດາ ພາກ​ເໜືອ​ເອ​ຢິບ ໄດ້​ເກີດ​ການຫຼອນ​ໂຈມ​ຕີ​ດ້ວຍ​​ລະ​ເບີດ ສົ່ງ​ຜົນ​ເຮັດ​ໃຫ້​ຢ່າງ​ໜ້ອຍ 45 ຄົນ​ເສຍ​ຊີ​ວິດ ແລະ 100 ກວ່າ​ຄົນ​ບາດ​ເຈັບ, ຂະ​ນະ​ທີ່​ກຸ່ມ IS ອ້າງຄວາມ​ຮັບ​ຜິດ​ຊອບ​ຕໍ່​ສອງ​ເຫດ​ການ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ