ເປັນ​ຫຍັງຈຶ່ງ​ຕ້ອງ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້​ນ​ທາງ"
2017-04-14 16:22:01  cri 
    ການ​ທີ່​ຮ່ວມ​ກັນ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ນັ້ນ ​ເປັນ​ການສອດ​ຄ່ອງ​ກັບ​ກະ​ແສ​ທີ່​ໂລກ​ຫັນ​ເປັນຫຼາຍ​ຂົ້ວ, ເສດ​ຖະ​ກິດ​ຫັນ​ເປັນ​ທົ່ວ​ໂລກ, ວັດ​ທະ​ນະ​ທຳ​ຫັນ​ເປັນຫຼາຍປະ​ເພດ ແລະ​ສັງ​ຄົມ​ຫັນ​ເປັນ​ຂໍ້​ມູນ​ຂ່າວ​ສານ ເຊິ່ງ​ຕົ້ນ​ຕໍ​ກໍ​ເພື່ອ​ຊຸກ​ຍູ້ໃຫ້​ປັດ​ໄຈ​ເສດ​ຖະ​ກິດ​​ຄ່ອງ​ໂຕຢ່າງ​ມີ​ລະ​ບຽບ​ແລະ​ເສ​ລີ, ຊັບ​ພະ​ຍາ​ກອນ​ຖືກ​ຈັດ​ສັນ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ, ຕະຫຼາດ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຢ່າງ​ເລິກ​ເຊິ່ງ, ຊຸກ​ຍູ້​ບັນ​ດາ​ປະ​ເທດ​ລຽບ​ຕາມແລວ​ທາງ​ແລະ​ເສັ້ນ​ທາງ​ດັ່ງ​ກ່າວນັ້ນ ປະ​ສົມປະ​ສານ​ນະ​ໂຍ​ບາຍ​ເສດ​ຖະ​ກິດ ແລະ​ດຳ​ເນີນ​ການ​ຮ່ວມ​ມື​ໃນ​ຂອບ​ເຂດກວ້າງກວ່າ​ເກົ່າ, ລະ​ດັບ​ສູງກວ່າ​ເກົ່າ ແລະ​ເລິກ​ເຊິ່ງກວ່າ​ເກົ່າ. ​ຂະ​ນະ​ດຽວ​ກັນ, ໂຄງ​ການ​ເຊື່ອມ​ຈອດ​ກັນ​ຂອງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຈະ​ຊຸກ​ຍູ້​ການ​ເຊື່ອມ​ຈອດ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຂອງ​ບັນ​ດາ​ປະ​ເທດ, ພັດ​ທະ​ນາ​ກຳ​ລັງ​ບົ່ມ​ຊ້ອນ​ຂອງ​ຕະຫຼາດ​ໃນ​ພາກ​ພື້ນ, ຊຸກ​ຍູ້​ການ​ລົງ​ທຶນ​ແລະ​ການ​ບໍ​ລິ​ໂພກ, ສ້າງ​ຄວາມ​ຕ້ອງ​ການ​ແລະ​ວຽກ​ເຮັດງານທຳ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ແລະ​ອາ​ລະ​ຍະ​ທຳ​ລະ​ຫວ່າງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ ເພື່ອເຮັດ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ ແລະ​ຮ່ວມ​ກັນ​ດຳ​ລົງ​ຊີ​ວິດ​​ຢ່າງ​ກົມ​ກຽວ​ກັນ, ສະ​ຫງົບ ແລະ​ຮັ່ງ​ມີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ