ຕວກກີ​ຈັບ​ຕົວຜູ້ຖືກ​ສົງ​ໄສ​ເປັນ​ສະມາຊິກ IS 49 ຄົນ​ທີ່​ເຈດ​ຕະນາຢາກ​ກໍ່​ເຫດການ​ກໍ່​ການ​ຮ້າຍ
2017-04-16 17:01:48  cri 
ວັນ​ທີ 15 ​ເມສາ​ນີ້,​ເຈົ້າ​ໜ້າທີ່​ຕຳຫຼວດ​ຕວກກີ​​ເປີດ​ເຜີຍ​ວ່າ:​ໄດ້​ຈັບ​ຕົວ​ຜູ້​ຖືກ​ສົງ​​ໄສ​ເປັນ​ສະມາຊິກ IS ​ເຊິ່ງ​ເປັນ​ອົງການ​ຫົວ​ຈັດ​ທັງ​ໝົດ 49 ຄົນ​ຢູ່​ອິສຕັນ​ບຸນ ​ເມືອງ​ໃຫຍ່​ທີ່​ສຸດ​ຂອງ​ຕວກກີ,ຍ້ອນ​​ເຫັນ​ວ່າຄົນ​ເຫຼົ່າ​ນີ້​ເຈດ​ຕະນາ​ຢາກ​ກໍ່​ເຫດການ​ກໍ່​ການ​ຮ້າຍ​ໃນ​ເວລາ​ຈັດການລົງ​ປະຊາ​ມະຕິກ່ຽວ​ກັບ​ການ​ດັດ​ແກ້​ລັດຖະທຳ​ມະນູນ​ໃນ​ວັນ​ທີ 16 ​ເມສາ​ນີ້.

ຕາມ​ໜັງສືພິມ"​​​ເຮີຣິ​ເຢັດ"ຕວກກີ​ແຈ້ງ​ຂ່າວ​ວ່າ:​ໃນ​ອາທິດ​ທີ່​ຜ່ານ​ມາ,ໜ່ວຍ​ງານ​ຕ້ານ​ການ​ກໍ່​ການ​ຮ້າຍ​ອົງການ​ຕຳ​ຫຼວດຕວກກີ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຢູ່​ຫຼາຍ​ເຂດ​ຂອງ​ອິສຕັນ​ບຸນ​ໂດຍ​ອີງ​ຕາມການ​ສືບສວນ​ ​ແລະ​ໄດ້​ຈັບຜູ້​ຕ້ອງ​ຫາ 49 ຄົນ,​ໃນ​ນັ້ນ,ມີ 41 ຄົນ​ເປັນ​ຄົນ​ຕ່າງປະ​ເທດ.

ຕວກກີ​ໄດ້ມີ​ແຜນ​ຈັດການລົງ​ປະຊາ​ມະຕິ​ກ່ຽວ​ກັບ​ການ​ດັດ​ແກ້​ລັດຖະທຳ​ມະນູນ​ໃນ​ວັນ​ທີ 16 ​ເມສາ​ນີ້. ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ຊຸ​​ເລ​ມັນ ​ໂຊ​ຍລູ ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຕວກກີ​​ເຜີຍ​ໃຫ້​ຮູ້​ວ່າ: ຈະ​ຈັດ​ສັນທະ​ຫານ​ປ້ອງ​ກັນ​ຄວາມ​ສະຫງົບປະມານ 2 ​ແສນ 5 ​ໝື່ນຄົນ​ແລະ​ສາລະວັດປະມານ 1 ​ແສນ 2 ໝື່ນ​ຄົນ​​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ​ໃນ​ເວລາ​ປ່ອນ​ບັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ