ຄົນ​ຂັບ​ຕັກ​ຊີ​ຍິງ​ເຢຍລະ​ມັນ​ຊ່ວຍ​ໂຄສະນາ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"
2017-04-17 15:32:16  cri 

 

ນາງ​ບຣິກິ​ຕາ ປີ​ນີ້​ອາຍຸ 55 ປີ ​ເປັນ​ຜູ້​ຂັບ​ລົດ​ຕັກ​ຊີ​ທຳ​ມະ​ດາ​ຜູ້​ໜຶ່ງ​ຂອງ​ເມືອງ​​ເດຣສດັນ ປະ​ເທດ​​ເຢຍລະ​ມັນ. ຕາມ​ປົກກະຕິ ນາງ​ຮັບຜິດຊອບ​ຂັບ​ລົດ​ຍາມ​ກາງຄືນ, ສ່ວນ​ກາງ​ເວັນ​ນາງ​ຈະ​ນຳ​ໃຊ້​ເວລາວ່າງ​ໂຄສະນາ​ເຜີຍ​ແຜ່​ຂໍ້​ລິ​ເລີ່​ມຂອງ​ຈີນ​ຄື "​ແລວ​ທາງ​ເສດຖະກິດ​ເສັ້ນທາງ​ສາຍ​​ໄໝ​ແລະ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະຕະວັດ​ທີ 21" ຫຼື "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ". ​ເມື່ອ​ມີ​ຄົນ​ຖາມ​ນາງ​ວ່າ​ເປັນ​ຫຍັງ​ຈິ່ງຊ່ວຍ​ໂຄສະນາ​ເຜີຍ​ແຜ່ຂໍ້​ລິ​ເລີ່​ມດັ່ງກ່າວ, ນາງ​ບອກ​ວ່າ: ຂໍ້​ລິ​ເລີ່​ມນີ້​ໄດ້​ສ້າງຄວາມ​ອາດ​ເປັນ​ໄປ​ໄດ້​ອັນ​ໃໝ່​ໃຫ້​ແກ່​ອະນາຄົດ​ຂອງ​ມວນ​ມະນຸດ, ສ່ວນ​ສື່​ມວນ​ຊົນ​ເຢຍລະ​ມັນ​ລາຍ​ງານ​ຂໍ້​ລິ​ເລີ່​ມດັ່ງກ່າວ​ບໍ່​ຫຼາຍ​ປານ​ໃດ ຈິ່ງ​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ໂຄສະນາ​ເຜີຍ​ແຜ່​ຂອງ​ຕົນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ