ຜູ້​ເສຍ​ຊີວິດ​ໃນ​ເຫດການຊາວນິກາຍ​ຊີ​ອະ​ຊີຣີຖືກ​ໂຈມ​ຕີ​ລະຫວ່າງ​ທາງ​ຖອນຕົວເພີ່ມ​ຂຶ້ນ​ເປັນ 112 ຄົນ
2017-04-17 15:20:25  cri 

ວັນ​ທີ 15 ​ເມສາ​ນີ້, ຂະ​ບວນລົດ​ທີ່​ບັນທຸກ​ຊາວ​ນິກາຍ​ຊີອະ​ປະ​ເທດ​ຊີຣີ​ໄດ້​ຖືກ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ລົດຍົນ​ແບບ​ສະຫຼະຊີບຂະນະ​ທີ່​ຖອນ​ຕົວໄປ​ເຖິງ​ເຂດຣາຊີ​ດິນ ທາງ​ພາກ​ຕາ​ເວັນ​ຕົກ​ ອາ​ເລັບ​ໂປ ປະ​ເທດ​ຊີຣີ. ຂະນະ​ທີ່​ເຈົ້າໜ້າ​ທີ່​ຊີຣີ​ໄດ້​ຢືນຢັນ​ໃນ​ວັນ​ທີ 16 ​ເດືອນນີ້​ວ່າ: ​ໃນ​ເຫດການ​ດັ່ງກ່າວ, ຜູ້​ເສຍ​ຊີວິດ​ໄດ້​ເພີ່ມ​ຂຶ້ນ​ເປັນ 112 ຄົນ ​ແລະ​ອີກ 100 ກວ່າ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ຜ່ານ​ໂຄສົກ​ຂອງ​ຕົນ​ອອກ​ຖະ​ແຫຼງການ​ໃນ​ວັນ​ທີ 15 ​ເມສາ​ນີ້​ ​ໂດຍ​ໄດ້​ປະນາມ​ເຫດການ​ໂຈມ​ຕີ​ປະຊາຊົນ​ທີ່​ກຳລັງ​ຖອນ​ຕົວ​ ທັງ​ຮຽກຮ້ອງ​​ໃຫ້ລົງ​ໂທດ​ຜູ້​ກໍ່​ເຫດ​ຕາມ​ກົດໝາຍ.

​ໃນ​ສັນຍາ​ລະຫວ່າງ​ລັດຖະບານ​ຊີຣີ​ ແລະ​ ກຸ່ມ​ປະກອບ​ອາວຸດ​ຕ້ານ​ລັດຖະບານ​ທີ່​ສອງ​ຝ່າຍ​​​ໄດ້ເຊັນ​ກັນກ່ອນ​ໜ້າ​ນີ້​ໄດ້​ລະບຸ​ວ່າ: ຜູ້​ປະກອບ​ອາວຸດ​ຕ້ານ​ລັດຖະບານ 2.300 ກວ່າ​ຄົນ​ພ້ອມ​ຄອບຄົວ ຈະ​ຖອນ​ອອກ​ຈາກ​ນະຄອນຫຼວງດາ​ມັສ​ ແລະ​ມຸ່ງ​ໜ້າ​ສູ່​ແຂວງ​ອິດ​ລິບ​ທີ່​ຖືກ​ກຸ່ມ​ປະກອບ​ອາວຸດ​ຕ້ານ​ລັດຖະບານ​ຄວບ​ຄຸມ. ຂະນະ​ດຽວ​ກັນ ປະມານ 5.000 ຄົນ​ຈະ​ຖອນ​ອອກຈາກ​​ເມືອງ​ນ້ອຍນິກາຍ​ຊີ​​ອະກາ​ຟຣາຢາ ​ແລະ ​ໂຟອາ ແຂວງ​ອິດ​ລິບ ທີ່​ຖືກ​ກຸ່ມ​ປະກອບ​ອາວຸດ​ຕ້ານ​ລັດຖະບານ​ປິດ​ລ້ອມ ​ແລະ ມຸ່ງ​ໜ້າ​ສູ່​​ອາ​ເລັບ​ໂປ, ​ແຕ່​ກຸ່ມ​ປະກອບ​ອາວຸດ​ຕ້ານ​ລັດຖະບານ​ເຄີຍ​​ໄດ້​ສະກັດ​ກັ້ນຂະ​ບວນລົດ​ທີ່​ບັນທຸກ​ຊາວ​ນິກາຍ​ຊີ​ອະ​ເຂົ້າສູ່​ອາ​ເລັບ​ໂປ​ຈາກ​ເຂດຣາຊີ​ດິນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ