ງານ​ວາງສະ​ແດງ​ສາກົນ​ຫວຽດນາມ​ຄັ້ງທີ 27 ຈະ​ຈັດ​ຂຶ້ນ​ໃນ​ມໍ່​ໆ​ນີ້
2017-04-17 16:22:35  cri 

ງານ​ວາງສະ​ແດງ​ສາກົນ​ຫວຽດນາມ​ຄັ້ງທີ 27 ຈະ​ຈັດ​ຂຶ້ນຢູ່​ນະຄອນຫຼວງຮາ​ໂນ້ຍ ​ແຕ່​ວັນ ທີ 19-22 ​ເມສາ​ນີ້ ​ໂດຍ​ຈະ​ດຶງ​ດູດ​ 500 ກວ່າບໍລິສັດ ຈາກ 23 ປະ​ເທດ​ແລະ​ເຂດ​ແຄວ້ນ​ເຂົ້າຮ່ວມ ລວມທັງ​ວິ​ສາ​ຫະກິດ​ຈາກ​ອາຊີ, ອາ​ຟຣິກາ, ອາ​ເມ​ລິ​ກາ​ໃຕ້ ​ແລະ ​ເອີຣົບ. ​ໃນ​ງານ​ວາງສະ​ແດງ​ຄັ້ງນີ້​ໄດ້​ຈັດ​ໃຫ້​ມີ​ຮ້ານ​ວາງສະ​ແດງອຸປະກອນ​ກົນ​ຈັກ​ໃຊ້​ໃນ​ອຸດສາ​ຫະກຳ, ວັດ​ສະ​ດຸ​ກໍ່ສ້າງ, ຜະລິດ​ຕະພັນ​ເອ​ເລັກ​ໂຕຣນິກ, ຜະລິດ​ຕະພັນ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ຜະລິດ​ຕະພັນ​ສາທາລະນະ​ສຸກ ​ແລະ​ອື່ນໆ ລວມທັງ​ໝົດ 600 ກວ່າ​ຮ້ານ.

ທ່ານ​ບຸ​ຍຮິ​ວ​ເຊິນ ຫົວໜ້າ​ກົມ​ສົ່ງ​ເສີມ​ການ​ຄ້າ​ສາກົນ​ຫວຽດນາມ ກ່າວ​ວ່າ: ງານ​ວາງສະ​ແດງ​ຄັ້ງນີ້​ຈັດ​ຂຶ້ນ​​ໃນ​ໂອກາດ​ປະ​ເທດ​ຕົນ​ເປັນ​ເຈົ້າພາບ​ກອງ​ປະຊຸມ​ອາ​ເປັກ​ປີ 2017 ຂະນະ​ທີ່​ງານ​ວາງສະ​ແດງ​ສາກົນ​ຈັດ​ຂຶ້ນປີ​ລະ​ເທື່ອ ​ແມ່ນ​ງານ​ວາງສະ​ແດງ​ປະຈຳ​ປີ​ທີ່​ສຳຄັນ​ສຳລັບ​ວົງ​ການ​ອຸດສາຫະກຳ ​ແລະ ນັກທຸລະກິດ​ການ​ຄ້າ ປະ​ເທດ​ຕົນ ​ເພາະຈະ​ເປັນ​ການ​ສ້າງ​ໂອກາດ​ການ​ຕະຫຼາດ​ໃຫ້​ແກ່​ວິ​ສາ​ຫະກິດ​ປະ​ເທດ​ຕົນ​ໃນ​ການ​​ເປີດ​ກວ້າງ​ການ​ສົ່ງ​ອອກ ​ແລະ ຂະຫຍາຍ​ການ​ຕະຫຼາດພາຍ​ໃນ​ປະ​ເທດ. ສຳລັບ​ງານ​ວາງສະ​ແດງ​ປີ​ນີ້​ຈະ​ເນັ້ນ "​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ເສດຖະກິດ​ພາກ​ພື້ນ​ແລະ​ສາກົນ".

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ