ຟິລິບປິນຈະຈັດການຝຶກຊ້ອມຮ່ວມກັບອາເມລິກາໃນເດືອນພຶດສະພາ
2017-04-17 11:55:27  cri 
ຕາມຂ່າວສານຈີນ: ເຈົ້າໜ້າທີ່ທະຫານຟິລິບປິນເປີດເຜີຍໃນວັນທີ 16 ເມສານີ້ວ່າປະເທດຕົນ ແລະອາເມລິກາຈະຈັດການຝຶກຊ້ອມຮ່ວມປະຈຳປີທີ່ຊື່ວ່າ "ຄຽງບ່າຄຽງໄຫຼ່" ໃນເດືອນພຶດສະພາ. ຄາດວ່າການຝຶກ​ຊ້ອມ​​ຮ່ວມ​ຄັ້ງ​ນີ້​ຈະ​ດຳ​ເນີນ​ເປັນ​ເວລາ 10 ວັນ, ສຸມ​ໃສ່​ການ​ຕໍ່ຕ້ານ​ລັດທິ​ກໍ່​ການ​ຮ້າ​ຍ,ການ​ກູ້​ໄພ, ການ​ຊ່ວຍ​ເຫຼືອດ້ານມະນຸດສະທຳ​ ແລະ​ໂຄງການ​ອື່ນໆ, "ຈະ​ບໍ່​ມີ​ການ​ຊ້ອມ​ຮົບ​ດ້ວຍ​ລູກປືນ​​ແທ້​ອີກ".

​ເຈົ້າ​ໜ້າ​ທີ່ຄະນະ​ກຳມະການ​ສັນຍາ​ກອງ​ທະຫານ​ຢ້ຽມຢາມ​ຂອງ​ປະທານ​າທິບໍດີ​ຟິລິບ​ປິນ​ເປີ​ດ​ເຜີຍ​​ໃນ​ຫວ່າງ​ມໍ່ໆ​ນີ້​ວ່າການ​ຊ້ອມ​ຮົບ "ຄຽງ​ບ່າ​ຄຽງ​ໄຫຼ່" ລະຫວ່າງ​ປະ​ເທດ​ຕົນ​ແລະ​ອາ​ເມ​ລິ​ກາ​ໃນ​ປີ​ນີ້​ໄດ້​ຍົກ​ເລີກ​ການ​ຊ້ອມ​ຮົບ​ທາງ​ການ​ທະຫານ, ນາຍ​ແລະ​ພົນທະຫານ​ອາ​ເມ​ລິ​ກາ​ທີ່​ເຂົ້າ​ຮ່ວມ​ຈະ​ຖືກ​ຈຳກັດ​ໃຫ້​ເຄື່ອນ​ໄຫວ​ຢູ່​ຄ້າຍ​ທະຫານ​ຢ່າງ​ເຂັ້ມ​ງວດ​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​ເກີດ​ເຫດການ​ລ່ວງ​ລ້ຳ​ປະຊາຊົນ​ທ້ອງ​ຖິ່ນ, "​ເວລາ​ທະ​ຫານ​ອາ​ເມ​ລິ​ກາ​ໄດ້​ຮັບ​ອະນຸຍາດ​ໄປ​​ເຂົ້າ​ຮ່ວມ​ການເຄື່ອນ​ໄຫວ​ຢູ່ນອກ​ກໍ​ຕ້ອງ​ມີນາ​ຍ​ແລະ​ພົນທະຫານ​ຟິລິບ​ປິນ​​ໄປ​ນຳ."

ທ່ານ​ປະທາ​ນາ​ທິບໍດີ​ໂຣດຣິ​ໂກ ດູ​ເຕິ​ເຕ​ໄດ້​ກ່າວ​ຢ່າງ​ເປີດ​ເຜີ​ຍ​ຫຼາຍ​ເທື່ອຫຼັງຂຶ້ນ​ດຳລົງ​ຕຳ​ແໜ່​ງວ່າ​ຈະ​ຍົກ​​ເລີກກາ​ນຊ້ອມ​ຮົບ​ຮ່ວມ​ລະຫວ່າງ​ປະ​ເທດ​ຕົນ​​ແລະ​ອາ​ເມ​ລິ​ກາ​ ແລະ​ຮຽກຮ້ອງ​ໃຫ້​ກອງ​ທະຫານ​ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ປະ​ເທດ​ຕົນ​ທັງໝົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ