ກຳປູ​ເຈຍ​ສ້າງ​ລາຍ​ຮັບ​ໃນ​ໄລຍະບຸນ​ຫົດ​ນ້ຳ​ເກືອບ 400 ລ້ານ​ໂດ​ລາ​ສະ​ຫະລັດ
2017-04-18 10:58:54  cri 
ຂະ​ແໜງ​ການທ່ອງທ່ຽວ​ລາຊະ​ອານາຈັກ​ກຳປູ​ເຈຍ​ເປີດ​ເຜີຍ​ໃນ​ວັນ​ທີ 17 ​ເມສາ​ນີ້​ວ່າ: ບຸນປີ​ໃໝ່​ຫຼືບຸນ​ຫົດ​ນ້ຳຕະຫຼອດ 4 ວັນ​ຂອງ​ປະ​ເທ​ດຕົນ ສະ​ເພາະ​ແຕ່​ກິດຈະກຳ​ສະຫຼອງ​ຢູ່​ອັງ​ກໍ​ວັດສາມາດ​ສ້າງ​ລາຍ​ຮັບ​ຈາກນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ​​ແລະ​ຕ່າງປະ​ເທດ​​ເກືອບ 100 ລ້ານ​ໂດ​ລາ​ສະຫະລັດ.

ທ່ານ​ຕົງ​ຄຸນ ລັດຖະມົນຕີ​ກະຊວງ​ທ່ອງ​ທ່ຽວ​ກຳປູ​ເຈຍ​ຢືນຢັນ​ວ່າ ​ໄລຍະ​ບຸນປີ​ໃໝ່​​ແຕ່ວັນ​ທີ 13-16​ເມສາ​ນີ້, ​ແຂວງ​ຊຽມລຽບ ​ເຊິ່ງມີ​ອັງ​ກໍ​ວັດ ​ເປັນແຫຼ່ງທ່ອງ​ທ່ຽວທີ່​ຊື່​ດັງນັ້ນ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ກວ່າ 1 ລ້ານ 6 ​ແສນ​ຄົນ ​ເພີ່ມ​ຂຶ້ນ 22,73%​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ, ​ໃນ​ນີ້ ນັກ​ທ່ອງ​ທ່ຽວ​ພາຍ​ໃນ 1 ລ້ານ 6 ​ແສນ​ຄົນ, ນັກທ່ອງ​ທ່ຽວ​ສາກົນ 31.800 ກວ່າ​ຄົນ ​ເພີ່ມ​ຂຶ້ນ 7,8%, ສ່ວນ​ລາຍ​ຮັບ​ຈາກ​ການ​ຂາຍ​ປີ້ກໍ​ບັນລຸ 1 ລ້ານ 2 ​ແສນ 2 ໝື່ນ​ໂດ​ລາ ​ເພີ່ມ​ຂຶ້ນ 104,64%.

ທ່ານ​ຕົງ​ຄຸນ​ກ່າວຕື່ມ​ວ່າ ສະ​ເລ່ຍ​​ແລ້ວນັກ​ທ່ອງ​ທ່ຽວ​ພາຍ​ໃນ​ໃຊ້​ຈ່າຍຄົນ​ລະ 50 ​ໂດ​ລາ, ນັກ​ທ່ອງ​ທ່ຽວ​ສາກົນ 500 ​ໂດ​ລາສົ່ງ​ຜົນ​ເຮັດ​ໃຫ້ຍອດ​ມູນ​ຄ່າການບໍລິ​ໂພ​ກຂອງ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​​ໃນ​ໄລຍະ​ບຸນປີ​ໃໝ່​ອາດຈະ​ສູງ​ເຖິງ 95 ລ້ານ​ໂດ​ລາ​ສະຫະລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ