ສ້າງ​ຕັ້ງສະ​ຖາ​ບັນ​ຄົ້ນຄວ້າ​ເສັ້ນທາງ​ສາຍ​ໄໝ​ຢູ່​ປັກ​ກິ່ງ
2017-04-18 11:05:34  cri 
ສະ​ຖາ​ບັນ​ວິ​ທະຍາ​ສາດ​ສັງຄົມ​​ແຫ່ງ​ຊາດຈີນ​ແລະ​ສະມາຄົມ​ສົ່ງ​ເສີມ​ການ​ເງິນ​ພັດທະນາ​ຈີນ​ໄດ້​ຮ່ວມ​ກັນ​ສ້າງ​ຕັ້ງ​ສະ​ຖາ​ບັນຄົ້ນຄວ້າ​ເສັ້ນທາງ​ສາຍ​ໄໝ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 17 ​ເມສາ​ນີ້ ​ແລະ​ໃນ​ໂອກາດ​ດັ່ງກ່າວ​ກໍ​ໄດ້​ແຕ່ງ​ຕັ້ງ​ທ່ານ​ເສິນ​ຢວນ ຮອງ​ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ,ປະທານ​ສະມາຄົມ​ສົ່ງ​ເສີມ​ການ​ເງິນ​ພັດທະນາ​ຈີນ​ແລະ​ທ່ານ​ຫວາງ​ເວີຍ​ກວ່າ​ງ ປະທານ​ສະ​ຖາ​ບັນ​ວິທະຍາສາ​ດສັງຄົມ​​ແຫ່ງ​ຊາດຈີນ​ເປັນ​ປະທານ​ກິ​ຕິ​ມະ​ສັກຮ່ວມ​ຂອງ​ສະ​ຖາ​ບັນ​ດັ່ງກ່າວ, ທ່ານ​ຊາຍ​ຟາງ​ຮອງ​ປະທານ​ສະ​ຖາ​ບັນ​ວິທະຍາສາດ​ສັງຄົມ​ຈີນ​ເປັນ​ປະທານ​ຄະນະ​ມົນຕີ​ ​ແລະ​ທ່ານ​ຫຼີຈີ​ຜິ​ງ ຮອງ​ປະທານ​ບໍລິຫານ​ງານສະມາຄົມ​ສົ່ງ​ເສີມ​ການ​ເງິນ​ພັດທະນາ​ຈີນ​ເປັນ​ປະທານ​.

ໃນ​ພິທີ​ສ້າງ​ຕັ້ງ​ສະ​ຖາ​ບັນ​ຄົ້ນຄວ້າ​ເສັ້ນທາງ​ສາຍ​ໄໝ​ໃນ​ວັນ​ທີ 17 ​ເມສາ​ນີ້​ຍັງ​ໄດ້​ເປີດ​ຊຸດ​ຝຶກ​ອົບຮົມ​ສາກົນ​ການ​ສ້າງ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ​ກັບ​ການພັດທະນາ​ເຂດ​ເອີຣົບ-ອາຊີພ້ອມ​ກັນ ​ເຊິ່ງການຝຶກ​ອົບຮົມ​ຊຸດ​ທຳ​ອິດ​ນີ້ມີ​ສຳ​ມະ​ນາກ​ອນ 25 ຄົນ​ຈາກ​ຂະ​ແໜງການ​ການ​ຕ່າງປະ​ເທດ,ວິຊາ​ການ​ແລະ​ວິ​ສາ​ຫະກິດ​ຂອງ 7 ປະ​ເທດ​ເອີຣົບ-ອາຊີ​ເປັນ​ຕົ້ນ ຣັດ​ເຊຍ,​ເບລາຣູຊີ,ອຸສ​ເບ​ກິ​ສະຖານ​ແລະ​ອື່ນໆ​ເຂົ້າ​ຮ່ວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ