ວິ​ສາ​ຫະກິດ​ຜະລິດ​ຕະພັນ​ນົມ​​ຫວຽດນາມ​​ເຈາະຕະຫຼາດ​​ຈີນ
2017-04-18 11:20:04  cri 
ຫວ່າງ​ມໍ່​ໆ​ມາ​ນີ້, ທ່ານ ຫວູຫງອກ​ກວິ​ງ ປະທານ​ສະຫະພັນຜະລິດ​ຕະພັນ​ນົມ​ຂອງ​ຫວຽດນາມ​ກ່າວ​ວ່າ: ປັດຈຸບັນ, ​ໄດ້​ມີ​ວິ​ສາ​ຫະກິດ​ຜະລິດ​ຕະພັນ​ນົມ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ​ຫຼາຍ​ແຫ່ງ​ໄດ້​ຫຼື​ກຽມ​ເຈາະ​ຕະຫຼາດ​ຈີນ. ​ແນວ​ໃດ​ກໍ​ດີ ຫວັງ​ວ່າ​ສອງ​ປະ​ເທດ​ຈະ​ບັນລຸ​ການ​ເຊັນ​ສັນຍາການ​ສົ່ງ​ອອກ​ແລະ​ນຳ​ເຂົ້າ​ຜະລິດ​ຕະພັນ​ກະສິກຳ​ໂດຍ​ໄວ.

ທ່ານ ຫວູຫງອກ​ກວິ​ງ ກ່າວຕື່ມ​ວ່າ: ຜູ້​ບໍລິ​ໂພ​ກຊາວຈີນ​ແລະ​ຫວຽດນາມ​ໄດ້ມີ​ຄວາມ​ຊິນເຄີຍ​ທີ່​ຄ້າຍຄື​ກັນ​ໃນ​​ການ​ຊື້​ຜະລິດ​ຕະພັນ​ນົມ ​ແລະ​ຈາກ​ນີ້​ຈະ​ເຮັດ​ໃຫ້​ຜະລິດ​ຕະພັນ​ຂອງ​ຫວຽດນາມ​ມີ​ທ່າ​ແຮງ​ຫຼາຍ​ກວ່າ​​ປະ​ເທດ​ອື່ນ. ນອກ​ນີ້, ຜະລິດ​ຕະພັນ​ຂອງ​ຫວຽດນາມ​ມີ​ລາຄາ​ຕ່ຳ​ກວ່າ​ຜະລິດ​ຕະພັນ​ຂອງ​ປະ​ເທດ​ອື່ນ ທັງ​ຮັບປະກັນ​ຕາມ​ມາດຖານ​ຄຸນ​ນະພາ​ບສາກົນ​ ​ແລະ​ມີ​ທ່າແຮງ​ດຶງ​ດູດ​ຜູ້​ບໍລິ​ໂພ​ກ​ໄດ້​ເປັນ​ຢ່າງ​ດີ.

ບໍລິ​ສັດ​ຜະລິ​ດຕະພັນ​ນົມ​ຂອງ​ຮ່າ​ໂນ້ຍ​ໄດ້​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ຢູ່​ເມືອງ​ນານ​ນິງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ຈີນ​ສອງ​ປີຕິດ​ຕໍ່​ກັນ. ທ່ານ ​ຮ່າກວ່າ​ງຕວນ ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ດັ່ງກ່າວ​ກ່າວ​ວ່າ: "ງານ​ວາງສະ​ແດງ​ຄື​ໂອກາດ​​ດີ​ທີ່​ສຸດ​ເພື່ອ​ໂຄສະນາ​​ເຜີຍ​ແຜ່​ຜະລິດ​ຕະພັນ​ຕໍ່​ຜູ້​ບໍລິ​ໂພ​ກຊາວ​ຈີນ​ແລະ​ເມື່ອ​ເຫັນຜູ້​ບໍລິ​ໂພ​ກຊາວຈີນ​ລຽນ​ແຖວ​ຊື້​ນົມ​ສົ້ມ​ຂອງ​ພວກ​ເຮົາ,ພວກ​ເຮົາກໍ​ຮູ້ສຶກ​ຕື່ນ​ເຕັ້ນ​​ແລະ​ດີ​ໃຈຫຼາຍ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ