ທະນາຄານກໍ່ສ້າງ​ຈີນ​ສ້າງ​ຕັ້ງ​ສູນ​ບໍລິການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຢູ່​ສິງກະ​ໂປ
2017-04-19 10:22:26  cri 
ພິທີ​ສ້າງ​ຕັ້ງ​ສູນ​ບໍລິການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ທະນາຄານ​ກໍ່ສ້າງ​ຈີນ​,ສູນ​ທະນາຄານ​ເອກະ​ຊົນ​ແລະ​ທະນາຄານ​ກໍ່ສ້າງ​ຈີນ​ສາກົນ​ປະຈຳ​ສິງກະ​ໂປໄດ້​ຈັດ​ຂຶ້ນ​​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 18 ​ເມສາ​ນີ້ ​ໂດຍ​ທ່ານ​ຫວາງ​ຈູ​ຈີ້ ຜູ້​ວ່າການ​ທະນາຄານ​ກໍ່ສ້າງ​ຈີນ,ທ່ານ​ຝາງ​ຊິນ​ເວີນ ອຸປະທູດ​ຊົ່ວຄາວ​ຂອງ​ຈີນ​ປະຈຳ​ສິງ​ກະ​ໂປ, ທ່ານ​ອຶງ​ຈີ​ແມງ ລັດຖະມົນຕີ​ກະຊວງ​ສຶກສາ​ທິການ​ທັງ​ເປັນ​ລັດຖະມົນຕີ​ຜູ້​ທີ​ສອງ​ຂອງ​ກະຊວງ​ຄົມມະນາຄົມ​ສິງກະ​ໂປ​ເຂົ້າ​ຮ່ວມ.

ທ່ານ ອຶງ​ຈີ​ແມງ ລັດຖະມົນຕີ​ກະຊວງ​ສຶກສາ​ທິການ​ສິງກະ​ໂປ​ໄດ້​ຢືນຢັນ​​ເຖິງຊື່​ສຽງ​ອິດ​ທິພົນ​​ໃນ​ສາກົນຂອງ​ທະນາຄານ​ກໍ່ສ້າງ​ຈີນ ທັງ​ຫວັງ​ວ່າ ສູນ​ບໍລິການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ທະນາຄານ​ກໍ່ສ້າງ​ຈີນ​ຈະ​ສົ່ງ​ເສີມ​ວິ​ສາ​ຫະກິດ​ຈີນດຳ​ເນີນ​ໂຄງການ​ຕາມ​ຍຸດ​ທະ​ສາດ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ໃນ​ພາກ​ພື້ນ​ເພື່ອ​ລະດົມ​ທຶນ​ຂ້າມ​ຊາດ ທັງ​ເພີ່ມທະວີ​ສົ່ງ​ເສີມ​ການ​ບໍລິການ​ການ​ທ​ະນາຄາ​ນຂ້າມ​ຊາດ​ລະຫວ່າງ​ສິງກະ​ໂປ​ກັບ​ຈີນ ​ແລະ​ຢືນຢັນ​ວ່າ ບໍລິສັດ​ຈີນ​ສາມາດ​ຮ່ວມ​ມື​ກັບ​ບໍລິສັດ,ສະ​ຖາ​ບັນ​ການ​ເງິນ​ພ້ອມ​ດ້ວຍ​ອົງການ​ພັດທະນາ​ວິ​ສາ​ຫະກິດ​ສາກົນ​ສິງກະ​ໂປ​ແລະ​ອົງການ​ຈັດ​ຕັ້ງ​ຂອງລັດ​ອື່ນໆ​ເພື່ອ​ຮ່ວມ​ກັນ​ຊຸກຍູ້​ການ​ປະຕິບັດ​ຍຸດ​ທະ​ສາດ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ