ຄົນ​ໄທ​ເຊື້ອສາຍຢຸນນານທີ່​ມີ​ຊື່​ສຽງ 20 ກວ່າ​ຄົນ​​ຢາມ​ບ້ານ​ເກີດ
2017-04-19 15:17:54  cri 
ຄົນ​ໄທ​ທີ່​ຊື່​ສຽງ​ເຊື້ອສາຍ​ຢຸນນານ​ຈີນ​ຈາກ​ພາກ​ເໜືອ​ປະ​ເທດ​ໄທ 20 ກວ່າ​ທ່ານ​ໄດ້​ເດີນທາງ​ເຖິງ​​ເມືອງ​ຄຸນ​ມິ​ງ​ແຂວງ​ຢຸນນານ​ ສປ ຈີນ​ໃນ​ວັນ​ທີ 18 ​ເມສາ​ນີ້​​ເພື່ອຢ້ຽມຢາມແຂວງ​ດັ່ງກ່າວເປັນ​ເວລາ 1 ອາທິດ​ ​ເຊິ່ງບຸກຄົນ​ເຫຼົ່າ​ນີ້​ໄດ້​ຢ້ຽມຢາມຫໍພິພິທະພັນ​ວິທະຍາຄານ​ກອງທັບ​ບົກ​ຢຸນນານ​ຢູ່​ເມືອງ​ຄຸນ​ມິ​ງ​ເປັນ​ບ່ອນ​ທຳ​ອິດ​​​ເພື່ອຫວນ​ຄື​ນປະຫວັດ​ສາດ​ທີ່ຍິ່ງ​ໃຫຍ່​ແລະ​ມີ​ກຽດ​ສະຫງ່າ​ໃນ​ສະ​ໄໝ​ສົງຄາມ​.

ທ່ານ​ຈ້າວ​ເຕີ​ສົງ ຮອງ​ຫົວໜ້າສະມາຄົມ​ຢຸນນານ​ຊຽງ​ຣາຍໄດ້​ຖ່າຍຮູບ​ຮ່ວມ​ກັບຫຸ່ນຄົນ​ທີ່​ມີ​ຊື່​ສຽງ​ໂດ່​ງດັງ​ໃນ​ຫໍພິພິທະພັນ​ແລະ​ບອກ​ດ້ວຍ​ຄວາມ​ພູມ​ໃຈ​ວ່າ ຫຼັງ​ຢ້ຽມຢາມວິທະຍາຄານ​ແຫ່ງ​ນີ້​ແລະ​ຮຽນ​ຮູ້​ປະຫວັດສາດ​ກໍສາມາດ​ເຫັນ​ໄດ້ ​ຖານະ​ບົດບາດ​ພິ​ເສດ​ຂອງ​ແຂວງ​ຢຸນນານ​ໃນ​ປະຫວັດສາດ​ຈີນສະ​ໄໝ​ໃໝ່​ແລະ​ສະ​ໄໝ​ປັດຈຸບັນ ​ແລະຮູ້ສຶກ​ພາກພູມ​ໃຈ​​ຫຼາຍໃນ​ນາມ​ເປັນ​ຄົນ​ເຊື້ອສາຍ​ຢຸນນານ.

ຕາມ​ຂ່າວ​ແຈ້ງວ່າ: ຄະນະຄົນ​ໄທ​ເຊື້ອສາຍ​ຢຸນນານ​ຈີນທີ່​ມີ​ຊື່​ສຽງດັ່ງກ່າວ​ຍັງ​ຈະ​ເດີນທາງ​ໄປ​ເມືອງຕ້າ​ຫຼີ,​ເມືອງ​ປາວ​ຊ່ານ​ເພື່ອ​ສຳຜັດ​ກັບ​ການ​ປ່ຽນ​ແປງ​​ໃໝ່​ທີ່​ກ້າວໜ້າຂອງ​ບ້ານ​ເກີດ​ເມືອງ​ນອນ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ