ປະທານາ​ທິບໍດີ​ຕວກກີພ້ອມ​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ສຸດ​ຍອດ​ການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"
2017-04-19 16:30:34  cri 
ຕາມ​ຂ່າວ CRI: ວັນ​ທີ 18 ​ເມສາ​ນີ້, ທ່ານຣີ​ເຄັບ ​ເຕຢິບ ​ເອີ​ໂດ​ກັນ ປະທານາທິບໍດີ​ຕວກກີ​​​ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານນາງ​ຫຼິວຢຽນຕຸ່ງ, ຮອງ​ນາຍົກລັດຖະມົນຕີຈີນ​ໃນ​ໂອກາດ​ເດີນທາງຢ້ຽມຢາມປະ​ເທດ​ດັ່ງກ່າວຢູ່​ທຳນຽບປະທານາທິບໍດີ​​ໃນອັງກາຣາ.

ທ່ານ​ເອີ​ໂດ​ກັນ​ກ່າວ​ວ່າ, ​ຫຼາຍ​ປີຜ່ານມາ, ຂ້າພະ​ເຈົ້າ​ໄດ້​ພົບ​ປະ​ກັບ​ປະທານ​ສີ​ຈິ້ນ​ຜີ​ງ​ມາ​ແລ້ວຫຼາຍ​ເທື່ອ, ​ໄດ້​ຊຸກຍູ້​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ. ຂ້າພະ​ເຈົ້າ​ຖື​ສຳຄັນ​ແລະກໍ​ພ້ອມ​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ສຸດ​ຍອດ​ການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ​ພົບ​ກັບ​ປະທານ​ສີ​ຈິ້ນ​ຜີ​ງອີກ​ເທື່ອ​ໜຶ່ງ​ໃນ​ເດືອນ​ພຶດສະພາ. ຕວກກີ​ແລະ​ຈີນ​ລ້ວນ​ແຕ່​​ແມ່ນ​ປະ​ເທດ​ທີ່ສຳຄັນ​​ໃນອາຊີ, ​ແລະ​ຈາກ​ນີ້​ຈຶ່ງຫວັງ​ວ່າ​ສອງ​ປະ​ເທດຈະຂຸດ​ຄົ້ນ​ກຳລັງ​ບົ່ມ​ຊ້ອນ​ຢ່າງ​​ເຕັມ​ປ່ຽມ, ​ແລະລົງ​ເລິ​ກການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ສອງ​ຝ່າຍ, ທັງຍິນ​ດີ​ຕ້ອນຮັບ​ວິ​ສາ​ຫະກິດ​ຈີນ​ເຂົ້າ​ໄປ​ລົງທຶນ​ຢູ່​ຕວກກີ, ​ແລະ​ຍິນ​ດີ​ເພີ່​ມທະວີ​ການ​ຮ່ວມ​ມືກັບ​ຈີນ​ໃນ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ.

ຂະນະ​ທີ່ທ່ານນາງ​ຫຼິວຢຽນຕຸ່ງກໍ​ໄດ້​ສະ​ແດງ​ຄວາມຊົມ​ເຊີຍທີ່ຕວກກີ​​ປະສົບ​ຜົນສຳ​ເລັດ​ໃນການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ການປັບປຸງ​ລັດຖະທຳ​ມະນູນທັງ​ຍິນ​ດີ​ຕ້ອນຮັບ​ທ່ານເອ​ໂດ​ກັນ​​ໃນ​ການ​ເດີນທາງ​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ສຸດ​ຍອດ​ການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ຢູ່​ຈີນ, ​ແລະ​ເຊື່ອ​ວ່າການ​ຢ້ຽມຢາມ​ເທື່ອ​ນີ້​ຈະ​ເພີ່ມ​ກຳລັງ​ແຂງ​ແຮງ​​ໃໝ່​ໃຫ້​ແກ່​ການ​ຂະຫຍາຍ​ສາຍ​ພົວພັນ​ລະຫວ່າງ​ຈີນ​ກັບ​ຕວກກີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ