ປະຊາຊົນ​ຟີ​ລິບ​ປີນ​ 78% ພໍ​ໃຈ​ຕໍ່​ການ​ປາບ​ປາມ​ຢາ​ເສບ​ຕິດ​ຂອງ​ລັດຖະບານ
2017-04-19 16:44:07  cri 
ອົງການ Social Weather Stations(SWS) ​ເຊິ່ງ​ເປັນ​ອົງການ​ຈັດ​ຕັ້ງ​ປະຊາຊົນ​ຟີ​ລິບ​ປີນ​​ເຜີຍ​ແຜ່​ຜົນ​ການ​ສຳ​ຫຼວດ​ໃນ​ວັນ​ທີ 18 ​ເມສາ​ນີ້​​ໂດຍສະ​ແດງ​ໃຫ້​ເຫັນ​ວ່າ, ປະຊາຊົນ​ຟີ​ລິບ​ປີນ 78% ພໍ​ໃຈ​ຕໍ່​ການ​ເຄື່ອນ​ໄຫວ​ປາບ​ປາມ​ຢາ​ເສບ​ຕິດ​ຂອງ​ທ່ານ​ໂຣ​ດຣີ​​ໂກ ດູເຕີ​​ເຕ ປະທານາທິບໍດີ.

SWS ລະບຸ​ອີກວ່າ, ອົງການ​ຕົນ​ໄດ້​ສຳຫຼວດ​ປະຊາຊົນ​ຟີ​ລິບ​ປີນ 1200 ຄົນ​ແຕ່​ວັນ​ທີ 25 ຫາ​ວັນ​ທີ 28 ມີນາ​ຜ່ານ​ມາ​, ​ໂດຍ​ຜູ້​ຖືກສຳ​ຫຼວດ 43% ພໍ​ໃຈ​ທີ່​ສຸດ​ຕໍ່​ການ​ເຄື່ອນ​ໄຫວ​ປາບ​ປາມ​ຢາ​ເສບ​ຕິດ​ຂອງ​ລັດຖະບານ, 35% ​​ພໍ​ໃຈ​ສົມຄວນ, 10% ບໍ່​ໄດ້​ອອກ​ຄຳ​ເຫັນ, 6% ສະ​ແດງ​ບໍ່ພໍ​ໃຈ​ຫຼາຍ, ​ແລະອີກ 6% ​ ​ບໍ່ພໍ​ໃຈລະດັບ​ໃດ​ໜຶ່ງ.

SWS ຊີ້​ໃຫ້​ເຫັນ​ອີກ​ວ່າ, ປະຊາຊົນ​ຟີ​ລິບ​ປີນ 66% ຂຶ້ນ​ໄປ​ພໍ​ໃຈ​ຕໍ່​ການ​ເຄື່ອນ​ໄຫວ​ປາບ​ປາມ​ຢາ​ເສບ​ຕິດ, ​ແລະຜົນ​ການ​ສຳ​ຫຼວດດັ່ງກ່າວ​ຢູ່​ໃນ​ລະດັບ "ດີ​ຫຼາຍ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ