ທີ່​ປຶກສາ​ແຫ່ງ​ລັດ​ຈີນຖະ​ແຫຼງ​ຫຼັກ​ໝັ້ນກ່ຽວ​ກັບ​ບັນຫາ​ຊີຣີ
2017-04-20 10:37:48  cri 
ວັນ​ທີ 19 ​ເມສາ​ນີ້​ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ຢາງ​ເຈ​ສື ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ແລະ​ທ່ານ​ນາງ​ເຟ​ເດຣິຄາ ​ໂມ​ເກຣິນີ ຜູ້ຕາງໜ້າ​ຂັ້ນ​ສູງ​ດ້ານ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ແລະ​ຄວາມ​ໝັ້ນຄົງ​ສະຫະພາບ​ເອີຣົບ​​ໄດ້ເປັນ​ປະທານ​ຮ່ວມ​ໃນການ​ເຈລະຈາ​ຍຸດ​ທະ​ສາດລະດັບ​ສູງ​ຈີນ-​ສະຫະພາບ​ເອີຣົບຄັ້ງ​ທີ 7​ແລະ​ຫຼັງ​ເຈລະຈາ, ສອງ​ຝ່າຍ​ກໍໄດ້​ຮ່ວມ​ກັນຖະ​ແຫຼ​ງຂ່າວ​ໂດຍ​ທ່ານ​ຢາງ​ເຈ​ສື​ໄດ້​ຊີ້​ແຈງ​ຫຼັກ​ໝັ້ນ​ຂອງ​ຈີນ​ກ່ຽວ​ກັບ​ບັນຫາ​ຊີຣີ.

ທ່ານ​ຢາງ​ເຈ​ສື​ຢືນຢັນ​ວ່າ: ຈີນ​ຄັດຄ້ານ​ທຸກການ​ກະທຳ​ຜິດ​ກົດໝາຍ ​ທີ່​ນຳ​ໃຊ້​ອາວຸດ​ເຄມີ​ນັ້ນ​ຢ່າງ​ເດັດດ່ຽວ ​ແລະ​ເຫັນ​ວ່າ ການ​ແກ້​ໄຂ​ບັນຫາ​ຊີຣີ​ທາ​ງການ​ເມືອງ​ຍັງ​ຄົງ​ແມ່ນຫົນທາງ​ດຽວ​ທີ່ຖືກຕ້ອງ​,ຂະນະ​ດຽວ​ກັນ,ຈີນກໍ​ມີ​ຈຸດ​ຢືນ​​ຄືການ​ແກ້​ໄຂ​ບັນຫາ​ຊີຣີຄວນ​ປະຕິບັດ​ຕາມ​ຫຼັກການ​ຊາວ​ຊີຣີ​ເປັນ​ຜູ້ນຳ​ພາ​ແລະ​ໃຫ້​ປະຊາຊົນ​ຊີຣີ​ເປັນ​ເຈົ້າ​ໃນ​ການ​ເລືອກ​ວິທີ​ແກ້​ໄຂ​​. ທັງ​ຈີນ​ແລະ​ສະຫະພາບ​ເອີຣົບ​ກໍລ້ວນ​ແຕ່​ເຫັນ​ວ່າ ຄວນ​ຊຸກຍູ້​ການ​ເຈລະຈາ​ສັນຕິພາບ​ທາງ​ການ​ເມືອງ, ຊ່ວຍ​​ເຫຼືອ​ແບບ​ມະນຸດສະທຳ​,ສ້າງສາ​ພັດທະນາ​ຄືນ​ໃໝ່,ປົກ​ປັກ​ຮັກສາ​ພື້ນຖານ​ໂຄງ​ລ່າງ​ຂອງ​ຊີຣີ,ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຕໍ່ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ທັງ​ປະຕິບັດ​ມະຕິ​ທີ່ກ່ຽວຂ້ອງ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ