ຕາມຂ່າວສານຊິນຮວາ: ອົງການກວດສອບແຫ່ງຊາດລາວໄດ້ຖະແຫຼງຕໍ່ສື່ມວນຊົນວ່າ: ໃນໄລຍະສອງປີຜ່ານມາ,ອົງການຂອງຕົນສາມາດເກັບກູ້ທຶນໄດ້ຄືນຫຼາຍກວ່າ 50 ຕື້ກີບຈາກພະນັກງານລັດທີ່ສໍ້ລາດບັງຫຼວງ.
ໃນບົດລາຍງານປີ 2016 ຂອງກະຊວງການເງິນລາວຊີ້ໃຫ້ເຫັນວ່າ: ລັດຕ້ອງສູນເສຍງົບປະມານກວ່າ 785 ຕື້ກີບແລະງົບປະມານກ້ອນນີ້ກໍໄດ້ເບີກຈ່າຍໃນ 60 "ໂຄງການບໍ່ມີໂຕຕົນ" ແລ້ວແລະບັນດາໂຄງການທີ່ບໍ່ມີຕົວຈິງລ້ວນແຕ່ຮູ້ພາຍຫຼັງຈາກການລາຍງານຂອງປະຊາຊົນ.
ນອກນີ້, ກົມປ້ອງກັນກຳລັງຂອງກະຊວງປ້ອງກັນຄວາມສະຫງົບລາວກໍໄດ້ເປີດເຜີຍເມື່ອເດືອນພະຈິກປີຜ່ານມາວ່າ,ນັບແຕ່ປີ 2011ຫາ2015, ມີເຈົ້າໜ້າທີ່ຕຳຫຼວດ 1000 ກວ່າຄົນເຮັດຜິດກົດໝາຍຫຼືແລະລະບຽບການຂອງກະຊວງເຊິ່ງໃນຈຳນວນນີ້ໄດ້ຖືກປົດຕຳແໜ່ງແລ້ວ 737 ຄົນຍ້ອນກິນສິນບົນຫຼືສວຍໃຊ້ໜ້າທີ່ຕຳແໜ່ງຢ່າງຜິດກົດໝາຍ.
ຂ່າວແຈ້ງວ່າ: ລັດຖະບານລາວໄດ້ຕັດສິນໃຈປາບປາມແລະສະກັດກັ້ນການສໍ້ລາດບັງຫຼວງຢ່າງເດັດດ່ຽວກວ່າເກົ່າ, ຂະນະປັດຈຸບັນອົງການກວດສອບແຫ່ງຊາດກຳລັງເລັ່ງກວດກາຂະແໜງການພາສີແລະການເບີກຈ່າຍງົບປະມານ.