ສອງ​ປີຜ່ານມາ ລາວ​ເກັບ​ກູ້​ທຶນ​ໄດ້​ຢ່າງຫຼວງ​ຫຼາຍ​ຈາກການສໍ້ລາດ​ບັງ​ຫຼວງ
2017-04-20 16:25:22  cri 
ຕາມ​ຂ່າວສານ​ຊິນ​ຮວາ: ອົງການ​ກວດ​ສອບແຫ່ງ​ຊາດ​ລາວ​ໄດ້​ຖະ​ແຫຼ​ງຕໍ່​ສື່​ມວນ​ຊົນ​ວ່າ: ​ໃນ​ໄລຍະ​ສອງ​ປີຜ່ານມາ,ອົງການ​ຂອງ​ຕົນ​ສາມາດ​ເກັບ​ກູ້​ທຶນ​ໄດ້​ຄືນ​ຫຼາຍ​ກວ່າ 50 ຕື້​ກີບຈາກ​ພະນັກງານ​ລັດ​ທີ່​ສໍ້​ລາດ​ບັງ​ຫຼວງ.

​ໃນບົດ​ລາຍ​ງານ​ປີ 2016 ຂອງ​ກະຊວງ​ການ​ເງິນ​ລາວຊີ້ໃຫ້​ເຫັນ​ວ່າ: ລັດ​ຕ້ອງ​ສູນ​ເສຍງົບປະມານກວ່າ 785 ຕື້​ກີບ​​ແລະ​ງົບປະມານ​ກ້ອນ​ນີ້​ກໍ​ໄດ້​ເບີກ​ຈ່າຍໃນ 60 ​ "ໂຄງການ​ບໍ່​ມີ​ໂຕ​ຕົນ" ​ແລ້ວ​ແລະ​ບັນດາ​ໂຄງການ​ທີ່​ບໍ່​ມີ​ຕົວ​ຈິງ​ລ້ວນ​ແຕ່​ຮູ້​ພາຍຫຼັງ​ຈາກ​ການ​ລາຍ​ງານ​ຂອງ​ປະຊາຊົນ.

ນອກ​ນີ້, ກົມປ້ອງ​ກັນ​ກຳ​ລັງຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ​ກໍ​ໄດ້​ເປີດ​ເຜີຍ​ເມື່ອເດືອນ​ພະຈິກ​ປີຜ່ານ​ມາວ່າ,​ນັບ​ແຕ່​ປີ 2011ຫາ2015, ມີ​ເຈົ້າ​ໜ້າ​ທີ່ຕຳຫຼວດ 1000 ກວ່າ​ຄົນ​​ເຮັດຜິດ​ກົດໝາຍ​ຫຼື​​ແລະ​ລະບຽບ​ການ​ຂອງ​ກະຊວງ​ເຊິ່ງ​ໃນ​ຈຳນວນ​ນີ້​ໄດ້​ຖືກ​ປົດ​ຕຳ​ແໜ່​ງ​ແລ້ວ 737 ຄົນ​ຍ້ອນ​ກິນ​ສິນ​ບົນ​ຫຼື​ສວຍໃຊ້​ໜ້າ​ທີ່​ຕຳ​ແໜ່​ງຢ່າງ​ຜິດກົດໝາຍ.

ຂ່າວ​ແຈ້ງວ່າ: ລັດຖະບານ​ລາວ​ໄດ້​ຕັດສິນ​ໃຈ​ປາບ​ປາມ​ແລະ​ສະກັດ​ກັ້ນການ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ເດັດດ່ຽວ​ກວ່າ​ເກົ່າ, ຂະນະປັດຈຸບັນ​ອົງການ​ກວດ​ສອບແຫ່ງ​ຊາດ​ກຳລັງ​ເລັ່ງກວດກາ​ຂະ​ແໜງ​ການ​ພາສີ​ແລະການ​ເບີກ​ຈ່າຍ​ງົບ​ປະມານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ