ຕອນບ່າຍວັນທີ 19 ເມສານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນໄດ້ຢ້ຽມຢາມທ່າກຳປັ່ນສາທາລະນະ ເທຊ່ານເມືອງເປີຍໄຫ ອ່າວເປີຍປູ້ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີທ່າມກາງສາຍຝົນເພື່ອເກັບກຳສະພາບການກໍ່ສ້າງແລະພັດທະນາເຂດເສດຖະກິດອ່າວເປີຍປູ້ກວາງຊີພ້ອມດ້ວຍສະພາບການເປີດປະຕູແລະການຮ່ວມມືກັບອາຊຽນ. ໂອກາດດັ່ງກ່າວ, ທ່ານສີຈິ້ນຜິງໄດ້ຢືນຢັນວ່າ ທ່າເທຊ່ານມີທ່າແຮງທາງດ້ານພູມສາດແລະມີອະນາຄົດທີ່ສົດໃສໃນການພັດທະນາແລະໃນຕໍ່ໜ້າເຂດເສດຖະກິດອ່າວເປີຍປູ້ຈະໄດ້ຮັບການກ່າວຂານແລະມີຊື່ສຽງໂດ່ງດັງແລະເພື່ອປູພື້ນຖານທີ່ສຳຄັນຄືດັ່ງກ່າວ. ຕ້ອງກໍ່ສ້າງທ່າກຳປັ່ນອ່າວເປີຍປູ້ ແລະສ້າງສາພັດທະນາເສດຖະກິດທີ່ຫັນໜ້າສູ່ທະເລໃຫ້ມີປະສິດທິຜົນ ເພື່ອໃຫ້ເປັນດັ່ງທີ່ພວກເຮົາ ເວົ້າກັນເລື້ອຍໆວ່າ ຢາກຮັ່ງມີຕ້ອງສ້າງທາງກ່ອນ, ຄັນຢາກເຮັດໃຫ້ເຂດແຄມທະເລຮັ່ງມີກໍຕ້ອງສ້າງທ່າກຳປັ່ນເຊັ່ນກັນ.