ເຂດ​ກວາງຊີ​ຈີນ​ນຳ​ເຂົ້າຖ່ານ​ຫີນ​ຈາກ​​ອາ​ຊຽນ​ເພີ່ມ​ຂຶ້ນ
2017-04-20 11:04:51  cri 

ພະ​ແນ​ກຕິດຕາມ​ກວດກາ​ຄຸນະພາ​ບ​ແລະ​ກັກ​ກັນ​ຕາ​ມການ​ເຂົ້າອອກ​ເມືອງ​ເຂດ​ກວາງຊີ ສປ ຈີນ ​ໄດ້​​ເປີດ​ເຜີຍ​ໃນ​ວັນ​ທີ 19 ​ເມສາ​ນີ້​ວ່າ: ​ໃນ​ໄຕ​ມາດ​ທຳ​ອິດ​ຂອງປີນີ້, ການ​ນຳ​ເຂົ້າຖ່ານ​ຫີນ​ຜ່ານດ່ານ​ຊາຍ​ແດນ​ກວາງຊີ​ບັນລຸ​ກວ່າ 6 ລ້ານ 3 ​ແສນ​ໂຕນ ​ເພີ່ມ​ຂຶ້ນ 23,2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ, ຂະນະ​ທີ່​ການ​ນຳ​ເຂົ້າຖ່ານ​ຫີນ​ຈາກ​ຫວຽດນາມ, ອິນ​ໂດ​ເນ​ເຊຍ ​ແລະ ປະ​ເທດ​ອື່ນໆ​ໃນ​ອາ​ຊຽນ ​ໄດ້​ກວມ​ອັດຕາ​ສູງ​ສົມຄວນ.

ນັກວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ: ການ​ທີ່ກວາງຊີ​ນຳ​ເຂົ້າຖ່ານ​ຫີນ​ເພີ່ມ​ຂຶ້ນຢ່າງຫຼວງຫຼາຍນັ້ນ ​ເນື່ອງ​ຈາກ​ມີ​​ທ່າ​ແຮງ​ສອງ​ດ້ານ ຄື ໜຶ່ງ, ທ່າ​ແຮງດ້ານ​ລາຄາ ​ສາມາດຂົນ​ສົ່ງຖ່ານ​ຫີນທາງ​ທະ​ເລ​ເຂົ້າ​ເມືອງ​ໂດຍ​ຜ່ານ​ທ່າ​ຝາງ​ເສີງ ​ແລະ ທ່າ​ຊິ່ນ​ໂຈ່​ວ ​ເຮັດ​ໃຫ້​ຕົ້ນທຶນ​​ຕ່ຳລົງ​ເມື່ອທຽບ​ໃສ່​ຖ່ານ​ຫີນ​ທີ່ຜະລິດ​ພາຍ​ໃນ​ປະ​ເທດ​ແລະ​ຂົນ​ສົ່ງດ້ວຍທາງ​ລົດ​ໄຟ ​ແລະ ສອງ, ທ່າ​ແຮງ​ດ້ານ​ພູມ​ສາດ ກວາງ​ຊີ​ມີ​ເງື່ອນ​ໄຂ​ເອື້ອ​ອຳນວຍ​ດ້ານ​ນະ​ໂຍບາຍ, ທ່າ​ກຳ​ປັ່ນ ​ແລະ ພູມ​ສາດ​ ເຊິ່ງ​ເປັນ​ການ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ນຳ​ເຂົ້າຖ່ານ​ຫີນ. ນອກ​ນີ້, ຫວຽດນາມ, ອິນ​ໂດ​ເນ​ເຊຍ ​ແລະ ປະ​ເທດ​ອື່ນໆ​ໃນ​ອາ​ຊຽນກໍມີ​ຊັບພະຍາກອນ​ຖ່ານ​ຫີນທີ່​ອຸດົມສົມບູນ ​ໂດຍ​ສະ​ເພາະຖ່ານ​ຫີນ​ອັງ​ຕລາ​ຊິດ​ມີ​ອັດຕາ​ຄວາມ​ຮ້ອນ​ສູງ ທັງ​ລາຄາ​ຖືກ ຈຶ່ງ​ໄດ້​ຮັບ​ຄວາມ​ນິຍົມ​ຊົມຊອບ​ຈາກ​ວິ​ສາ​ຫະກິດ​​ທີ່​ຕ້ອງການ​ຖ່ານ​ຫີນ​ບໍ່ຫຼາຍພາຍ​ໃນ​ປະ​ເທດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ