ຈິງໂຈ້ຫາງສັ້ນເຕ້ຍທີ່ໜ້າຮັກ
2017-04-20 16:40:19  cri 

 

ຈິງໂຈ້ຫາງສັ້ນເຕ້ຍຖືກເອີ້ນວ່າເປັນ "ສັດທີ່ເບີກບານມ່ວນຊື່ນທີ່ສຸດໃນໂລກ" ເນື່ອງຈາກເປັນສັດທີ່ໜ້າຮັກ ແລະເບິ່ງຄືມັນຍິ້ມຢູ່ຕະຫຼອດ, ຫຼາຍຄົນຈຶ່ງມັກຖ່າຍຮູບຮ່ວມກັບມັນ. ຂະນະທີ່ເກາະຣອດເນັສທ໌ ປະເທດອົສຕຣາລີ ແມ່ນບ່ອນຢູ່ອາໄສຕົ້ນຕໍຂອງມັນ ໂດຍຢູ່ເທິງເກາະແຫ່ງນີ້ມີອາຫານທີ່ອຸດົມສົມບູນ ທັງບໍ່ມີຄູ່ປັບທຳມະຊາດ ຈຶ່ງເຮັດໃຫ້ຈຳນວນຈິງໂຈ້ໃນສາຍພັນຕ່າງໆເພີ່ມຂຶ້ນຢ່າງວ່ອງໄວ.

ຂະນະທີ່ຈິງໂຈ້ຫາງສັ້ນເຕ້ຍທີ່ມີສະເໜ່ກໍສາມາດດຶງດູດນັກທ່ອງທ່ຽວໄດ້ເປັນຈຳນວນຫຼາຍເຊິ່ງນັບວ່າເປັນການເສີມຂະຫຍາຍທ່າແຮງການທ່ອງທ່ຽວຂອງທ້ອງຖິ່ນ ໂດຍມະນຸດແລະສັດຢູ່ຮ່ວມກັນໄດ້ຢ່າງສະບາຍ ແລະເປັນການສ້າງພາບພົດທີ່ອົບອຸ່ນໃນໂລກນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ