ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ພົບ​ປະກັບ​ທີ່​ປຶກສາ​ຄວາມ​ໝັ້ນຄົງ​ແຫ່​ງຊາດ​ມຽນມາ
2017-04-20 16:22:18  cri 
ທ່ານ​ວາງຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ພົບ​ປະກັບທ່ານຕັງ​ທຸນ ​ທີ່​ປຶກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ມຽນມາ​ໃນ​ໂອກາດຢ້ຽມຢາມ​ຈີນ ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 19 ​ເມສາ​ນີ້.

ທ່ານ​ວາງຢີ້ກ່າວ​ວ່າ, ຈີນ​ປະຕິບັດ​ນະ​ໂຍບາຍ​ມິ​ດຕະພາບ​ຕໍ່​ມຽນມາ​ມາ​ໂດຍ​ຕະຫຼອດ ​ໂດຍ​ເຫັນ​ໄດ້​ຈາກ​ຜົນສຳ​ເລັດ​ການ​ຢ້ຽມຢາມ​ຈີນ​ຂອງ​ທ່ານ​ປະທານາທິບໍດີ​ທິນຈໍ ​ແລະທ່ານ​ນາງ​ອອງຊານ​ຊູ​ຈີ ທີ່​ປຶກສາ​ແຫ່ງ​ລັດ​ມຽນມາ​ຈະ​ເດີນທາງ​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມສຸດ​ຍອດ​ເວທີ​ປຶກສາ​ຫາລື​​ການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ທີ່​ຈະ​ຈັດ​ຂຶ້ນ​ຢູ່​ຈີນ. ສອງ​ປະ​ເທດ​ຄວນ​ປະສານສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຈັດ​ຕັ້ງປະຕິບັດ​ຕາມ​ຜົນ​ຂອງການ​ເຈລະຈາ​ລະຫວ່າງ​ປະມຸກ​ລັດ​ສອງ​ປະ​ເທດ ​ແລະ​ເພີ່ມ​ເນື້ອ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ເພື່ອ​ຊຸກ​ຍູ້​ການ​ພັດທະນາ​ເສດຖະກິດ ​ແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງປະຊາຊົນ​ມຽນມາ.

ທ່ານຕັງ​ທຸນກ່າວ​ວ່າ, ມຽນມາ​ເອົາ​ໃຈ​ໃສ່​​ສູງ​ຕໍ່​ການຂະຫຍາຍ​ການ​ພົວພັນ​ກັບ​ຈີນ ​ແລະ​ຍິນ​ດີ​ຮ່ວມ​ກັບ​ຈີນ​ປະຕິບັດ​ຄວາມ​​ເປັນ​ເອກະ​ພາບ​ລະຫວ່າງ​ປະມຸກ​ລັດ​ສອງ​ປະ​ເທດ ​ເພື່ອ​ຊຸກຍູ້​ການ​ພົວພັນ​ມຽນມາ-ຈີນ​ໃຫ້​ຂະຫຍາຍ​ຕົວ​ດີກ​ວ່າ​ເກົ່າ. ມຽນມາ​ສະ​ແດງ​ຄວາມຂອບ​ໃຈ​ຈີນທີ່​ໄດ້​ໃຫ້​ການ​ສະໜັບສະໜູນ​ອັນ​ຕັ້ງໜ້າ​ຕໍ່​ຂະ​ບວນການ​ສັນຕິພາບ​ມຽນມາ ​ແລະ​​ຊ່ວຍ​ເຫຼືອ​ມຽນມາ​ໃນ​ວຽກ​ງານ​ສາກົນ, ຈາກ​ນີ້​ຈິ່ງ​ມີ​ຄວາມຍິນ​ດີ​​ເພີ່ມທະວີ​ກັບ​ຈີນ ​ເພື່ອ​ປົກ​ປັກ​ຮັກສາ​ສະຖຽນ​ລະ​ພາບ​ຕາມ​ເຂດ​ຊາຍ​ແດນ​ມຽນມາ-ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ