ມາ​ເລ​ເຊຍ​ຫວັງ​ໃຫ້​ຈີນ​ນຳ​ເຂົ້າ​ຜະລິດ​ຕະພັນ​ກະສິກຳ​ປະ​ເທດ​ຕົນ​ຫຼາຍ​ຂຶ້ນ
2017-04-21 15:14:01  cri 
ໃນການສຳມະນາການສົ່ງອອກຜະລິດຕະພັນກະສິກຳມາເລເຊຍໄປຈີນ2017ທີ່ຈັດຂຶ້ນຢູ່ນະຄອນຫຼວງກົວລາລຳເປີປະເທດມາເລເຊຍກ່ອນໜ້ານີ້ບໍ່ດົນໂດຍມີຫຼາຍບໍລິສັດກະສິກຳແລະບໍລິສັດປູກໄມ້ກິນໝາກມາເລເຊຍເຂົ້າຮ່ວມ ແລະບໍລິສັດເຫຼົ່ານີ້ກໍຫວັງວ່າຈີນຈະເປີດກວ້າງການນຳ​ເຂົ້າ​ຜະລິດ​ຕະພັນ​ກະສິກຳ​ແລະ​ໝາກ​ໄມ້​ເຂົ້າ​ຕະຫຼາດ​ຈີນ​ໃຫ້​ຫຼາຍ​ກວ່າ​ເກົ່າ.

ທ່ານ​ສີ​ຈິ່ງ​ອ່ານ ປະທານ​ກຸ່ມ​ບໍລິສັດ​ກວດກາ​ແລະ​ພິສູດ​ຈີນ​ກ່າວ​ວ່າ: ໝາກ​ໄມ້​ເຂດ​ຮ້ອນ,ກາ​​ເຟ,ຮັງ​ນົກ​ແອ່ນ​ແລະ​ຜະລິດ​ຕະພັນ​ກະສິກຳ​ອື່ນໆ​ຂອງ​ມາ​ເລ​ເຊຍ​ໄດ້​ຮັບ​ຄວາມ​ນິຍົມ​ສູງ​ຈາກ​ຜູ້ບໍລິ​ໂພກຈີນ, ຈາກ​ນີ້​ຈິ່ງ​ຈະ​ນຳ​ໃຊ້​ທ່າ​ແຮງ​ຂອງ​ຕົນ,ຫຼຸດ​ເວລາ​ກວດກາ​ແລະ​ຕົ້ນ​ທຶນ​ຂອງ​ບໍ​ລິ​ສັດ​ໃຫ້​ດີກ​ວ່າ​ເກົ່າ ທັງ​ປະກອບສ່ວນ​ຊຸກຍູ້​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ-ມາ​ເລ​ເຊຍ​ໃຫ້​ເຕີບ​ໂຕ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

ທ່ານ​ຮາ​ຟິຈູ​ລາ ມາ​ຈີ​ດີ ປະທານ​ສະມາຄົມ​ມິດຕະພາບ​ມາ​ເລ​ເຊຍ-ຈີນ​ກ່າວ​ວ່າ, ​ເຖິງ​ວ່າ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ຢູ່​ໃນ​ລະດັບ 100 ຕື້​ໂດ​ລາ​ສະຫະລັດ​ເປັນ​ເວລາ​ຫຼາຍ​ປີ​ກໍ​ຕາມ, ​ແຕ່​ຜະລິ​ດຕະພັນ​ກະສິກຳ​ສຳ​ຮອງ​ຍັງ​ກວມອັດຕາ​ສ່ວນ​ບໍ່ຫຼາຍ​ປານ​ໃດ. ​ດ້ວຍ​ເຫດ​ນີ້, ຜະລິ​ດຕະພັນ​ຂອງ​ມາ​ເລ​​ເຊຍ​ທີ່​ຈະ​ສົ່ງ​ອອກ​ໄປ​ຈີນ​ກໍ​ຈະ​ເກີດ​ຊ່ອງ​ຫວ່າງ​ຫຼາຍຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ