ຄະນະ​ຜູ້​ແທນຊາວ​ໜຸ່ມຈີນ-ອິນ​ໂດ​ເນ​ເຊຍ​ເລີ່​ມຢ້ຽມຢາມ​ອິນ​ໂດ​ເນ​ເຊຍ
2017-04-21 17:10:44  cri 
ຄະນະ​ຜູ້​ແທນຊາວ​ໜຸ່ມ​ຈີນ-ອິນ​ໂດ​ເນ​ເຊຍ​ທີ່​ປະກອບ​ດ້ວຍ​ນັກ​ສຶກສາ​ປະ​ເທດ​ລະ 20 ຄົນ​ນັ້ນ​ໄດ້​​​ເຂົ້າ​ພົບ​​ເຈົ້າ​ໜ້າ​ທີ່​ການ​ທູດ​ຢູ່ສະຖານທູດ​ຈີນປະຈຳ​ອິນ​ໂດ​ເນ​ເຊຍ​​ໃນຕອນຄ່ຳວັນທີ 20 ເມສານີ້ໂດຍ​​ໄດ້​ລາຍ​ງານ​ຜົນສຳ​ເລັດ​ແລະ​ຄວາມ​ຮູ້ສຶກ​​ຫຼັງ​ໄດ້ແລກປ່ຽນ​ບົດຮຽນແລະ​ທັດສະນະ​ສຶກສາ​ຢູ່​ແຂວງ​ຟູ​ຈ້ຽນ ສປ ຈີນ​ຕະຫຼອດ 9 ວັນ​ຜ່ານມາ ທັງ​ຊີ້​ໃຫ້​ເຫັນຄວາ​ມຄາດ​ຫວັງ​ຕໍ່​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຢູ່​ອິນ​ໂດ​ເນ​ເຊຍ​ໃນ 9 ວັນ​ຕໍ່ໜ້າ.

ທ່ານ​ເຊ້​ເຟິ່ງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ​ໄດ້​ຊົມ​ເຊີຍກິດຈະກຳ​ຄັ້ງ​ນີ້​ວ່າ​ເປັນ​ການ​ສືບ​ທອດ​ປະຫວັດສາດ​ມິດຕະພາບ​ຈີນ-ອິນ​ໂດ​ເນ​ເຊຍ ທັງ​ເປັນ​ການ​ບຸກ​ເບີກ​ອະນາຄົດ​ແຫ່ງ​ການ​ແລກປ່ຽນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ອີກ​ດ້ວຍ. ​ໃນ​ໄລຍະ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ, ນັກ​ສຶກສາ​ທັງ​ສອງ​ປະ​ເທດ​ຈະ​ເດີນທາງ​ໄປທັດສະນະ​ສຶກສາແລະ​ແລກປ່ຽນບົດຮຽນຢູ່​ນະຄອນຫຼວງ​ຈາ​ກາ​ຕາ,​ເມືອງບັນ​ດຸ​ງ,​​ເມືອງໂຢຢາ​ຄາ​ຕາ​ແລະ​​ເມືອງເດັນ​ປາຊາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ