ຈີນ​ໄດ້​ເສີມ​ຂະຫຍາຍ​ບົ​ດບາດ​ນຳພາ​ການ​ພັດທະນາ​ຂອງ​ໂລກ​ໃນ​ປັດຈຸບັນ
2017-04-21 11:25:36  cri 
ວັນ​ທີ 20 ​ເມສາ​ນີ້, ທ່ານ ກິມ​ໂຢງ ຜູ້​ວ່າການ​ທະນາຄານ​​ໂລກ​ກ່າວ​ຂະນະ​ຍົກ​ບັນຫາການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ວ່າ: ​ໂຄງການ​ດັ່ງກ່າວ​ມີ​ຄວາ​ມສຳຄັນ​ຫຼາຍທັງ​ຕໍ່​ຈີນ​​ແລະ​ທະນາຄານ​ໂລກ​. ປັດຈຸບັນ, ຈີນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະຫວັດສາດ​ຕໍ່ການ​ພັດທະນາ​ຂອງ​ໂລກ. ​ໂດຍ​ການ​ສຸມ​ໃສ່​​ພັດທະນາ​ມາ​ໂດຍ​ຕະຫຼອດ ພ້ອມ​ທັງ​ພະຍາຍາມ​ຊຸກຍູ້​ການ​ພັດທະນາ​ຂອງ​ປະ​ເທດ​​ອ້ອມ​ຂ້າງ,ປະ​ເທດ​ຢູ່​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ແລະປະ​ເທດ​ຕ່າງໆ​ໃນ​ໂລກ.

​ໃນ​ມື້​ດຽວ​ກັນ, ທ່ານ ກິມ​ໂຢງ ​ໄດ້​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ການ​ຖະ​ແຫຼ​ງ​ຂ່າວ​ຫຼັງ​ອົງການ​ກອງ​ທຶນ​ເງິນຕາ​ສາກົນ​ຫຼື IMF ​ແລະ​ ທະນາຄານ​ໂລກ.ຈັດ​ກອງ​ປະຊຸມ​ປະຈຳ​ປີ 2017 ​ໂດຍ​ທ່ານ​ໄດ້​ກ່າວ​ເຖິງ​ໂລກາ​ພິວັດ​ແລະ​ການ​ຄ້າ​ເສລີວ່າ: ທັງ​ສອງ​ດ້ານນີ້ລ້ວນ​ແຕ່​ມີ​ຜົນ​ດີ​ຕໍ່​ການ​ລົບ​ລ້າງ​ຄວາມທຸກ​ຍາກ, ຂະນະ​ດຽວ​ກັນ​ກໍ່​ແມ່ນ​ສ່ວນ​ປະ​ກອບ​ສຳຄັນ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ.​ແນວ​ໃດ​ກໍ​ດີ​ຂໍຮຽກຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ໃນ​ໂລກ​ສ້າງ​ສະພາບ​ແວດ​ລ້ອມ​ການ​ຄ້າຢ່າງ​ເສລີ​ແລະ​ເປີດ​ປະຕູ ພ້ອມ​ທັງ​ພິຈາລະນາ​ຍາດ​​ເອົາໂອກາດ​​ແຂ່ງຂັນ​ທາງ​ເສດຖະກິດ​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ