ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ຕ້ອນຮັບ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ມາ​ເລ​ເຊຍ
2017-04-21 11:26:38  cri 
ວັນ​ທີ 20 ​ເມສາ​ນີ້ ຢູ່ທຳນຽບ​ຈົ່ງ​ນານ​ໄຫນະຄອນຫຼວງ​ປັກ​ກິ່ງ, ທ່ານ ຢາງ​ເຈ​ສື້ ທີ່​ປຶກສາ​​ແຫ່ງ​ລັດ​ຈີນ​ໄດ້​ຕ້ອນ​ຮັບທ່ານ ຮິ​ສຮຳ​ມຸດ​ດິນ ຮຸ​ສ​ເຊັນ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ທັງ​ເປັນລັດຖະມົນຕີ​ວຽກ​ງານ​ພິ​ເສດຂອງສຳນັກນາຍົກລັດຖະມົນຕີມາ​ເລ​ເຊຍ.

ທ່ານ ຢາງ​ເຈ​ສື້ ກ່າວ​ວ່າ: ປັດຈຸບັນ, ການ​ພົວພັນ​ລະຫວ່າງ​ຈີນ-ມາ​ເລ​ເຊຍ​​ມີ​ທ່າ​ອ່ຽງພັດທະນາ​​ໄປ​ໃນ​ທາງ​ທີ່​ດີ. ການ​ພົວພັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດນັບ​ມື້​ແໜ້ນ​ແຟ້ນຂຶ້ນ​ຕື່ມ, ການ​ຮ່ວມ​ມື​ທີ່​ເປັນ​ຮູບ​ປະ​ທຳ​​ໄດ້​ ​ຂະຫຍາຍຕົວ​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ໃນ​ຕໍ່ໜ້າຈີນ​ຍິນ​ດີ​ເພີ່ມ​ທະວີ​ການ​ພັດທະນາການ​ເຊື່ອມ​ຕໍ່​ທາງ​ຍຸດ​ທະ​ສາດລະຫວ່າງ​ສອງ​ຝ່າຍ​ພາຍ​ໃຕ້​ຂອບ​ຂໍ້ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ​ເຊື່ອ​ໝັ້ນວ່າ​ຈາກຄວາມ​ພະຍາຍາມ​ຂອງ​ສອງ​ຝ່າຍ, ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ຈະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃຫຍ່​ຫຼວງ​ກວ່າ​ເກົ່າ.

ທ່ານ ຮິ​ສຮຳ​ມຸດ​ດິນ ກ່າວ​ວ່າ: ມາ​ເລ​ເຊຍ​ໃຫ້​ຄວາມ​ສຳຄັນ​ສູງ​ຕໍ່​ການ​ພົວພັນກັບ​ຈີນ ​ໂດ​ຍ​ໄດ້ຕັ້ງໜ້າ​ສະໜັບສະໜູນ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ທັງຍິນ​ດີ​ຮ່ວມ​ມື​ກັບ​ຈີນສົ່ງ​ເສີມ​ສາຍພົວພັນ​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ສອງ​ຝ່າຍ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ